ຊາວນາສະເຫຼີມສະຫຼອງບຸນເກັບກ່ຽວຢີຢີ່ຢ່າງມ່ວນຊື່ນ

2018-12-03 11:48:38 |ມາຈາກ: Yunnan Gateway

ໃນວັນທີ 1 ທັນວາ,ປະຊາຊົນແຕ່ລະຊົນເຜົ່າຂອງຕາແສງນໍ້ຈ່າຕູ້ກິ່ງແຂວງປົກຄອງຕົນເອງເຜົ່າລ່າໂຮ້ລ້ານຊ້າງເມືອງພູເອີແຂວງຢຸນນານໄດ້ເຕົ້າໂຮມກັນເພື່ອສະເຫຼີມສະຫຼອງບຸນເກັບກ່ຽວຢີຢີ່ ຢ່າງມ່ວນຊື່ນ.ຊຸມປີນີ້,ຕາແສງນໍ້ຈ່າຕູ້ໄດ້ພັດທະນາຂະແໜງການປູກຝັງທີ່ມີເອກະລັກຢ່າງຫ້າວຫັນ,ນຳພາໂດຍລັດຖະກອນສະມາຊິກພັກ,ສ້າງຕັ້ງສະມາຄົມອາຊີບຢີຢີ່ທີ່ຖືເອົາການປູກຝັງ ການຜະລິດ ແລະການຈຳໜ່າຍເປັນຈຸດສູນກາງແລະເຊື່ອມໂຍງໂດຍຮູບແບບທຸລະກິດການຜະລິດ “ສະມາຄົມ+ຄອບຄົວຊາວນາ+ສະຖານທີ່ພື້ນຖານ”,ນຳໃຊ້ເຕັກນິກໃນການຊີ້ນຳ, ການບໍລິການຂໍ້ມູນດ້ານເລິກເຂົ້າສູ່ໃນບ້ານ,ຊຸກຍູ້ການພັດທະນາການປູກຝັງຢີຢີ່ທີ່ເປັນຂະແໜງການແລະນຳພາຊາວນາ 1000 ກວ່າຄອບຄົວເພີ່ມທະວີລາຍໄດ້ແລະຫຼຸດພົ້ນອອກຈາກຄວາມທຸກຍາກ.