ທິມຂີ່ມ້າເມືອງຕີຊິ້ງສະແດງຜົນງານດີເດັ່ນ ໃນງານກິລາຊົນເຜົ່າແຂວງຢຸນນານ

2018-12-07 15:19:13 |ມາຈາກ: Yunnan Gateway

ໃນວັນທີ 6 ເດືອນທັນວາ ງານກິລາດັ້ງເດີມຂອງຊົນເຜົ່ານ້ອຍແຂວງຢຸນນານຄັ້ງທີ 11 ໄດ້ເຂົ້າສູ່ວັນທີ 2ຂອງການແຂ່ງຂັນ ,ເຊິ່ງໄດ້ມີລາງວັນຫຼຽນຄຳຈຳນວນ 28 ຫລຽນໃນ 9 ລາຍການກໍຄື:ການຟ້ອນມັງກອນ ການຊ່ວງເຮືອ ການຍິງສອນ ຊິງຊ້າ ການເປົ່າຫອກ ການຂີ່ມ້າ ຫມາກຂ່າງ ມວຍປ້ຳແລະກັງຟູ.ໃນນັ້ນ,ຄະນະຕົວແທນຂອງກິ່ງແຂວງປົກຄອງຕົນເອງເຜົ່າທິເບດຕີຊິ້ງເປັນຄະນະທີ່ໄດ້ຮັບລາງວັນຫຼາຍທີ່ສຸດ,ເຂົາເຈົ້າໄດ້ຮັບຫຼຽນຄຳຈຳນວນ 5 ຫລຽນໃນ 7 ລາຍການ,ຍັງໄດ້ຮັບ 2 ຫຼຽນຄຳໃນລາຍການຍິງສອນອີກດ້ວຍ.