ງານລາຕີລະຄອນງິ້ວເພື່ອສະເຫຼີມສະຫຼອງປີໃໝ່ 2019 ໄດ້ຈັດຂຶ້ນທີ່ຄຸນໝິງ

2018-12-29 16:09:16 |ມາຈາກ: Yunnan Gateway

ໃນກາງຄືນຂອງວັນທີ 28 ທັນວາ,ງານລາຕີລະຄອນງິ້ວເພື່ອສະເຫຼີມສະຫຼອງປີໃໝ່ 2019 ໄດ້ຈັດຂຶ້ນທີ່ໂຮງລະຄອນໃຫຍ່ແຂວງຢຸນນານ.ນັກສິລະປະທີ່ມີຊື່ສຽງໃນທົ່ວແຂວງໄດ້ສະແດງການຮ້ອງງີ້ວປັກກິ່ງ ລະຄອນງິ້ວຢຸນນານແລະບັນດາການສະແດງທີ່ມີສີສັນພິເສດກໍຄື ຕະກຽງເຈ້ຍ ລະຄອນໄທລື້ ລະຄອນເຜົ່າຈວ້ງ ລະຄອນເຜົ່າຢີ ລະຄອນເຜົ່າປາຍແລະອື່ນໆ, ເຊິ່ງເປັນການມອບການສະແດງມະໂຫລານດ້ານວັດທະນະທຳອັນສະຫງ່າງາມຂອງແຂວງຢຸນນານໃຫ້ແກ່ຜູ້ຊົມ.