ເມືອງນານຈ້ຽນນະຄອນຕ້າລີ:ດອກຈີ່ນແຊ້ອອກດອກເບັ່ງບານ ຊາວນາກໍຍິ້ມແຍ້ມແຈ່ມໃສ

2018-07-12 15:42:34 |ມາຈາກ: Yunnan Gateway

ຊຸມປີນີ້,ຕາແສງກົງລາງເມືອງນານຈ້ຽນນະຄອນຕ້າລີທີ່ເປັນບ້ານເຜົ່າຢີໄດ້ອາໄສທ່າແຮງທາງຊັບພະຍາກອນທຳມະຊາດ,ໂດຍຮູບແບບທຸລະກິດ“ການກໍ່ສ້າງພັກ+ສະຖານທີ່ຮາກຖານ+ຄອບຄົວຊາວນາ”,ພັດທະນາຕາມສະພາບຕົວຈິງຂອງຕົນ,ໄດ້ເພີ່ມທະວີລາຍຮັບຂອງຊາວນາດ້ວຍການປູກຝັງດອກຈີ່ນແຊ້ ໃບຊາ ໝາກແກ່ນແລະຂະແໜງການທີ່ມີສີສັນພິເສດອື່ນໆ,ເຊິ່ງໄດ້ຮັບປະສິດທິຜົນອັນດີງາມ.ພຽງແຕ່ບ້ານສຽວມີກຸ່ມບ້ານຈື້ສຽງຕາແສງກົງລາງກໍໄດ້ປູກດອກຈີ່ນແຊ້ເຖິງ 80 ກວ່າມຸ້,ລາຍຮັບສະເລ່ຍຕໍ່ປີຂອງແຕ່ລະຄອບຄົວທີ່ພຽງແຕ່ປູກດອກຈີ່ນແຊ້ ໃບຊາ ໝາກແກ່ນເປັນຕົ້ນນັ້ນກໍໄດ້ເຖິງ 50.000 ຢວນຂຶ້ນໄປແລ້ວ,ເຊິ່ງໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງສັງຄົມທີ່ອີ່ມໜຳສຳລານຢ່າງແທ້ຈິງແລ້ວ.