ເລີ່ມ​ພິມ​ຈຳ​ໜ່າຍປຶ້ມ “ຄົ້ນ​ຄວ້າ​ແນວ​ຄິດການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ”

2018-07-18 15:58:37 |ມາຈາກ: CRI

ເພື່ອ​ລະ​ນຶກ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ, ​ປຶ້ມ“ຄົ້ນ​ຄວ້າ​ແນວ​ຄິດການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ” ໄດ້​ພິມ​ຈຳ​ໜ່າຍ​ໂດຍ​ສຳ​ນັກພິມ​ຈຳ​ໜ່າຍ​ປະ​ຊາ​ຊົນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້. ​ປຶ້ມ​ດັ່ງ​ກ່າວ​ແມ່ນ​ປຶ້ມ​ທີ່​ບັນ​ຍາຍ​ແນວ​ຄິດ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຮອບ​ດ້ານ​ຫົວ​ທຳ​ອິດ.