ອາໄສການປູກຕົ້ນຢາພື້ນເມືອງ ຊາວບ້ານໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມຮັ່ງມີຜາສຸກ

2018-07-31 15:22:55 |ມາຈາກ: Yunnan Gateway

ຊາວບ້ານເຜົ່າລີ້ຊູ້ ທ່ານ ຢານເຢິງເຕີທີ່ມີອາຍຸ 56 ປີ ແນະນຳວ່າ“ປີແລ້ວນີ້ການຄ້າຂາຍຕົ້ນຢາພື້ນເມືອງ ສົງໂຫຼເກືອບຮອດ 1 ມຸ້,ໄດ້ລາຍຮັບກາຍກວ່າສອງແສນຢວນ.”,ຄອບຄົວລາວແມ່ນເລີ່ມປູກຕົ້ນສົງໂຫຼ ແຕ່ປີ 2013.

ຢານເຢິງເຕີ ທັງເວົ້າທັງຍິ້ມຢ່າງມ່ວນຊື່ນ,“ພື້ນທີ່ການປູກຕົ້ນສົງໂຫຼ ຂອງຄອບຄົວເຮົາໄດ້ເພີ່ມຈາກ 1 ມຸ້ມາເຖິງ 4 ມຸ້ແລ້ວ,ພວກເຮົາເຊື່ອໝັ້ນວ່າຊີວິດການເປັນຢູ່ໃນຕໍ່ໜ້າຈະນັບມື້ນັບດີຂຶ້ນ.”

ໃນປັດຈຸບັນ,ສະຖານທີ່ປູກຝັງໄດ້ເຊັນສັນຍາການຮ່ວມມືກັບກຸ່ມບໍລິສັດຢາປາຍຢ້າວຢຸນນານ,ຕົ້ນສົງໂຫຼ ທີ່ໄດ້ເກັບຊື້ມານັ້ນສ່ວນຫຼາຍແມ່ນຂາຍສູ່ໂຮງງານຢາປາຍຢ້າວຢຸນນານ,ລາຄາການເກັບຊື້ປ່ຽນແປງຕາມລາຄາຕະຫຼາດ,ຖ້າລາຄາຄະຫຼາດມີການປ່ຽນແປງ,ຈະຮັບປະກັນລາຄາຂັ້ນຕ່ຳ 300 ຢວນຕໍ່ກິໂລໃຫ້ແກ່ຊາວບ້ານ.

ໃນປັດຈຸບັນ,ບ້ານຊືເຫີຕາແສງພ້ຽນໝ້າລວມທັງຫມົດມີ 91 ຄອບຄົວປູກຕົ້ນສົງໂຫຼ 188 ມຸ້,ໃນນັ້ນມີຄອບຄົວທຸກຍາກ 49 ຄອບຄົວໄດ້ປູກ 108 ມຸ້,ຊາວນາເຫຼົ່ານີ້ສາມາດຮັບເບ້ຍແລະການຊີ້ນຳດ້ານເຕັກນິກແບບບໍ່ເສຍຄ່າໃຊ້ຈ່າຍ;ຄອບຄົວຊາວນາແມ່ນອຳນວຍດິນປູກຝັງແລະຮັບຜິດຊອບຄຸ້ມຄອງ.

ຕາແສງພ້ຽນໝ້ານອກຈາກອອກກຳລັງແຮງໃນການປູກຝັງຕົ້ນຢາພື້ນເມືອງແລ້ວ,ຍັງແຕ່ງຕັ້ງພະນັກງານຮັກສາປ່າໄມ້ໜຶ່ງຄົນຈາກແຕ່ລະຄອບຄົວທຸກຍາກ,ເງິນເດືອນຂອງພະນັກງານຮັກສາປ່າໄມ້ແຕ່ລະຄົນແມ່ນ 700 ຢວນຕໍ່ເດືອນ,ບວກກັບການລ້ຽງໂຕແບ້ ໄກ່ພື້ນເມືອງເປັນຕົ້ນ,ໄດ້ສ້າງຂະແໜງການນິເວດທີ່ອຸດົມສົມບູນ,ເຊິ່ງໄດ້ເຮັດໃຫ້ຊາວບ້ານຂອງຕາແສງພ້ຽນໝ້າບັນລຸການສ້າງສາຄວາມຮັ່ງມີຜາສຸກຢ່າງແທ້ຈິງ.