ເຫັດປ່າແຂວງຢຸນນານໄດ້ຜູກສາຍຂະແໜງການສ້າງຄວາມຮັ່ງມີຂຶ້ນ

2018-08-07 13:58:42 |ມາຈາກ: Yunnan Gateway

ໃນລະດູຮ້ອນ,ເຫັດປ່າແຂວງຢຸນນານພາກັນເຂົ້າສູ່ທ້ອງຕະຫຼາດ,ແລະກາຍເປັນອາຫານປ່າທີ່ແຊບໆຂອງປະຊາຊົນທີ່ຢາກກິນ.ຈາກເຂດປ່າເຖິງໂຕະອາຫານ,ເຫັດປ່າດອກນ້ອຍໆໄດ້ຜູກສາຍຂະແໜງການສ້າງຄວາມຮັ່ງມີທີ່ມີຍອດມູນຄ່າປະຈຳປີເຖິງ 10 ຕື້ຢວນຂຶ້ນໄປ,ເຊິ່ງກາຍເປັນຂອງດີວິເສດອັນສຳຄັນຂອງຊາວນາທີ່ຢູ່ເຂດພູດອຍ ແລະ ເຄິ່ງເຂດພູດອຍໃນການຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີ.