ການສົ່ງເລືອດດ້ວຍຄວາມຮັກ

2018-08-08 15:47:22 |ມາຈາກ: Yunnan Gateway

ໃນວັນທີ 7 ເດືອນສິງຫາ,ກິ່ງແຂວງເຕີຫົງແຂວງຢຸນນານມີແມ່ມານຄົນໜຶ່ງໃກ້ຈະເກີດລູກ,ແຕ່ຍ້ອນວ່າ ເກັດເມັດເລືອດແດງຂອງຕົນເອງບໍ່ພຽງພໍ,ຈະມີອັນຕະລາຍເມື່ອເກີດລູກ,ຈຶ່ງໄດ້ຂໍຄວາມຊ່ວຍເຫຼືອດ້ວຍການໂພສລົງວີແຊັດ.

ຕໍ່ມາ,ຫຼັງຈາກທີ່ນັກຂ່າວໄດ້ຢັ້ງຢືນສະພາບການວ່າແມ່ນຄວາມຈິງແລ້ວ,ຈຶ່ງໄດ້ສົ່ງຂໍ້ມູນຂໍຄວາມຊ່ວຍເຫຼືອທາງເວີຍປໍທາງການຂອງເວັບໄຊຢຸນນານ,ອົງການສື່ຕ່າງໆຂອງກຸ່ມບໍລິສັດໜັງສືພິມລາຍວັນຢຸນນານພາກັນເຜີຍແຜ່ແລະສົ່ງຕໍ່ຢ່າງຫ້າວຫັນ,ແລະໄດ້ຮັບຄວາມເອົາໃຈໃສ່ຈາກພາກສ່ວນຕ່າງໆໃນສັງຄົມຢ່າງໄວ.ພ້ອມດຽວກັນນັ້ນ,ຂະບວນການສົ່ງເລືອດໄລຍະໄກຢ່າງເລັ່ງດ່ວນກໍໄດ້ດຳເນີນຂຶ້ນ.

ໂດຍຜ່ານຄະນະກຳມະການສາທາລະນະສຸກແລະສຸຂະພາບລະດັບແຂວງຕິດຕໍ່ກັບຄະນະກຳມະການສາທາລະນະສຸກແລະສຸຂະພາບລະດັບກິ່ງແຂວງແລ້ວ,ສຸດທ້າຍໄດ້ຈັດຕັ້ງຊ່ອງທາງສົ່ງເລືອດໃຫ້ແກ່ແມ່ມານກິ່ງແຂວງເຕີຫົງ.ອີງຕາມການກຳນົດຂອງສູນໂລຫິດກິ່ງແຂວງເຕີຫົງ,ສູນໂລຫິດນະຄອນຄຸນໝິງແຂວງຢຸນນານໄດ້ກະກຽມພ້ອມຈຳນວນເກັດເມັດເລືອດແດງໃຫ້ເໝາະສົມຕາມກຳນົດ.ກຸ່ມບໍລິສັດສະໜາມບິນຢຸນນານກໍໄດ້ອຳນວຍຊ່ອງທາງສີຂຽວໃຫ້ຂະບວນການສົ່ງເລືອດຄັ້ງນີ້ຄືກັນ.ແຕ່ລະຝ່າຍໄດ້ອຳນວຍການຊ່ວຍເຫຼືອເຊິ່ງກັນແລະກັນ,ສົ່ງເລືອດເຫຼົ່ານີ້ໃຫ້ເຖິງແມ່ມານດ້ວຍຄວາມໄວເທົ່າທີ່ໄວໄດ້.