ຜົນງານການແກະສະຫຼັກແກ້ວທີ່ປານີດຈຳນວນ 160 ກວ່າໜ່ວຍຖືກສະແດງຢູ່ເທິງງານວາງສະແດງສິນຄ້າວັດທະນະທຳປະຈຳປີ 2018 ຢຸນນານ

2018-08-10 16:22:57 |ມາຈາກ: Yunnan Gateway

ໃນວັນທີ 9 ເດືອນສິງຫາ,ຜົນງານຂອງຊ່າງແກະສະຫຼັກແກ້ວຢຸນນານຂອງ “ຖ້ວຍລາງວັນສາຍຢຸນ”ໄດ້ຈັດຂຶ້ນທີ່ຫໍເລກທີ່ 1 ສູນວາງສະແດງສາກົນນະຄອນຄຸນໝິງ.ຄະນະກຳມະການຈັດຕັ້ງຂອງງານວາງສະແດງໄດ້ເລືອກຜົນງານການແກະສະຫຼັກຈຳນວນ 160 ກວ່າໜ່ວຍຈາກຜົນງານວາງສະແດງ 188 ໜ່ວຍແລະດຳເນີນການວາງສະແດງ,ຫັດຖະກຳທີ່ປານີດແລະຄວາມຄິດປະດິດຄິດສ້າງໃໝ່ທີ່ຄົມຄາຍຂອງມັນໄດ້ດຶງດູດສາຍຕາຂອງນັກທ່ອງທ່ຽວທີ່ມາຊົມເບິ່ງຫຼາຍ.