ຖ່າຍແມ່ນໍ້າຫຼູສຸຍຈາກມຸມສູງ

2018-08-31 18:20:45 |ມາຈາກ: yunnangateway

ກິ່ງແຂວງປົກຄອງຕົນເອງເຜົ່າລີ້ຊູ້ນຸຈ່ຽງແຂວງຢຸນນານເປັນເຂດທຸກຍາກລະດັບສູງໃນທົ່ວປະເທດ,ແຕ່ອັດຕາການກວມຂອງປ່າໄມ້ມີເຖິງ 75,31%,ພາຍໃນຂອບເຂດກິ່ງແຂວງ,ມີແມ່ນໍ້ານຸຈ່ຽງ ແມ່ນໍ້າລ້ານຊ້າງແລະແມ່ນໍ້າໂຕຫຼົງຈ່ຽງທີ່ເປັນລະບົບນໍ້າໃຫຍ່ສາມລະບົບເຊິ່ງໄດ້ຮັກສາຄຸນນະພາບນໍ້າຢູ່ໃນປະເພດທີ່ Ⅲຕະຫຼອດມາ,ລະດັບດັດສະນີຂອງສະພາບສິ່ງແວດລ້ອມທາງນິເວດຂອງທົ່ວກິ່ງແຂວງຈັດຢູ່ໃນອັນດັບທີ່ 1 ໃນທົ່ວແຂວງ.ກິ່ງແຂວງນຸຈ່ຽງໄດ້ປະສານສົມທົບການຊ່ວຍເຫຼືອການຫຼຸດພົ້ນອອກຈາກຄວາມທຸກຍາກກັບການອະນຸລັກສິ່ງແວດລ້ອມ,ຢຶດໝັ້ນຊຸກຍູ້ການກໍ່ສ້າງນິເວດແລະການກໍ່ສ້າງຂະແໜງການຮ່ວມກັນ,ພັດທະນາຂະແໜງການທາງນິເວດຢ່າງແຂງແຮງ,ຖືທ່າແຮງທາງນິເວດຂອງ“ພູຂຽວນໍ້າສົດໃສ”ຫັນປ່ຽນເປັນທ່າແຮງທາງເສດຖະກິດຂອງ “ພູຄຳພູເງິນ”ຢ່າງມີປະສິດທິພາບ.