ໝາກໂມມຽນມາໜ່ວຍໜຶ່ງ ສາຍພົວພັນມິດຕະພາບຕອນໜຶ່ງ

2018-09-05 17:02:59 |ມາຈາກ: Yunnan Gateway

ໃນວັນທີ 10 ສິງຫາ, “ກອງປະຊຸມປຶກສາຫາລືລະຫວ່າງຝ່າຍຜະລິດແລະຝ່າຍຈຳຫນ່າຍໝາກໂມ,ໝາກແຕງຫວານແລະໝາກມ່ວງ ຈີນ-ມຽນມາ”ໄດ້ຈັດຂຶ້ນທີ່ຕາແສງຫວານຕິງນະຄອນຣວຍລີ້ແຂວງຢຸນນານ.ຜ່ານການພັດທະນາ,ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບມຽນມາໄດ້ຮັບຜົນສຳເລັດທີ່ຈົບງາມ.ຊາວຄ້າຂາຍສິນຄ້າກະສິກຳຂອງສອງປະເທດຕ່າງຝ່າຍຕ່າງກໍໄດ້ຮັບຜົນປະໂຫຍດ,ການຂົນສົ່ງໝາກໄມ້ ຍົກຕົວຢ່າງວ່າການຂົນສົ່ງໝາກໂມໄດ້ມີລັກສະນະດັ່ງນີ້:ການຂ້າມຜ່ານຊາຍແດນໄວແລະໝາກໄມ້ສົດ,ເສດຖະກິດການຄ້າລະຫວ່າງແຂວງຢຸນນານກັບປະເທດມຽນມາໄດ້ສະແດງໃຫ້ເຫັນສະພາບການທີ່ຮຸ່ງເຮືອງ.