ທ່ານ​ສີ​ຈິ້ນ​ຜິງກ່າວຄຳປາໄສເນັ້ນໜັກການຮ່ວມ​ມື​ສ້າງ​ອະ​ນາ​ຄົດ​ອັນສົດໄສຂອງ​ຕາ​ເວັນ​ອອກ​ໄກ ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ

2018-09-13 16:22:19 |ມາຈາກ: Yunnan Gateway

ເມື່ອ​ກ່າວ​ເຖິງ​ການ​ລົງ​ເລິກ​ການ​ຮ່ວມ​ມື, ທ່ານ​ສີ​ຈິ້ນ​ຜິງເນັ້ນໜັກວ່າ, ຕ້ອງ​ສຸມ​ໃສ່​ຍົກ​ລະ​ດັບ​ການເຊື່ອມ​ໂຍງ​ເຊື່ອມ​ຈອ​ດ​ພື້ນ​ຖານ​ໂຄງ​ລ່າງ​ຂ້າມ​ຊາດ, ອຳນວຍຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ​ການ​ລົງ​ທຶນ, ຮ່ວມ​ມື​ສ້າງ​​ເສດ​ຖະ​ກິດ​ພາກ​ພື້ນ​ແບບ​ເປີດ​ປ​ະ​ຕູ; ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຮ່ວມ​ມືຫຼາຍ​ຝ່າຍ ແລະ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ, ຊຸກ​ຍູ້​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຕົວ​ຈິງ​ໃຫ້ຫຼາຍກວ່າ​ເກົ່າ, ສ້າງ​ຜົນ​ປະ​ໂຫຍດ​ອັນແທ້​ຈິງຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ພາກ​ພື້ນ.

ທ່ານ​ກ່າວ​ຕື່ມ​ວ່າ, ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມມື​ກັບ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ, ກຳ ແໜ້ນ​ໂອ​ກາດ​ຄັ້ງ​ປະ​ຫວັດ​ສາດທີ່ສອດ​ຄ່ອງ​ກັບ​ກະ​ແສ​ຂອງຍຸກ​ສະ​ໄໝ, ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ຢູ່​ຕາ​ເວັນ​ອອກ​ໄກ​ຂອງ​ຣັດ​ເຊຍ ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບຫຼາຍ​ຝ່າຍ ແລະ​ຍືນ​ຍົງ​ໃນ​ພາກ​ພື້ນ, ສ້າງ​ຜົນ​ປະ​ໂຫຍດ​ຮ່ວ​ມ​ໃຫ້ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ເຮັດ​ໃຫ້​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ໄດ້​ຊົມ​ໃຊ້​ໂອ​ກາດ​ການ​ຮ່ວມ​ມື ແລະ​ຜົນ​ການ​ພັດ​ທະ​ນາ, ຮ່ວມ​ມື​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ​ໃຫ້​ແກ່​ເຂ​ດ​ຕາ​ເວັນ​ອອກ​ໄກ ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ.