ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສື່ມວນ​ຊົນ​ສາ​ກົນ “ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21” ຄັ້ງ​ທີ 2 ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຈູ່​ໄຫ

2018-09-20 16:37:07 |ມາຈາກ: cri

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ໂດຍສະ​ຖາ​ນີ​ວິ​ທະ​ຍຸ​ແລະ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ແລະ​ອົງ​ການ​ປົກ​ຄອງ​ແຂວງກວາງ​ຕຸ້ງ​ເປັນ​ເຈົ້າ​ພາບ​ຮ່ວມ. ທ່ານ​​ເຊີ້ນ​ໄຫ​ຊົງ ຮອງ​ຫົວ​ໜ້າ ຄະນະ​ໂຄສະນາ​ອົບຮົມ​ສູ​ນກາງ​ພັກ​ຄອມ​ມູນິດ​ຈີນທັງ​ເປັນຜູ້​ອຳນວຍ​ການ​ໃຫຍ່ສະ​ຖາ​ນີ​ວິ​ທະ​ຍຸ​​ແລະໂທ​ລະ​ພາບ​ສູນ​ກາງ​ຈີນ​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ວ່າ, ປີ​ນີ້​ແມ່ນ​ປີ​ແຫ່ງ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ, ທັງ​ແມ່ນ​ປີ​ທີ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄົບ​ຮອບ 5 ປີ. ການ​ທີ່​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້, ຈະ​ສະ​ແດງ​ໃຫ້​ເຫັນ​ພຶດ​ຕິ​ກຳ​ໃໝ່​ດ້ານ​ການ​ກໍ່​ສ້າງ “ເສັ້ນ​ທາງ​ສາຍ​ໄໝ​ທາງ​ທ​ະ​ເລ​ໃນ​ສະ​ຕະ​ວັດ​ທີ 21” ແລະ​ໝາກ​ຜົນ​ໃໝ່​ດ້ານ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ວັດ​ທະ​ນະ​ທຳ​ເຊິ່ງ​ກັນ​ແລະ​ກັນ. ສະ​ຖາ​ນີ​ວິ​ທະ​ຍຸ​​ແລະໂທ​ລະ​ພາບ​ສູນ​ກາງ​ຈີນ​ຈະ​ປະ​ຕິ​ບັດ​​ໜ້າ​ທີ່ຕາມ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຈີນ, ​ກະ​ຈາຍ​ສຽງ​ແລະ​ແຜ່​ພາບ​ກ່ຽວ​ກັບ​ປະ​ເທດ​ຈີນ​ຢ່າງ​ເດັດ​ດ່ຽວ​​ໜຽວ​ແໜ້ນ, ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ແລະ​ເຜີຍ​ແຜ່​ທັດ​ສະ​ນະ​ຄະ​ຕິ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ​ຢ່າງ​ເດັດ​ດ່ຽວ.