ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສື່ມວນ​ຊົນ​ສາ​ກົນ “ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21” ຄັ້ງ​ທີ 2 ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຈູ່​ໄຫ

2018-09-20 16:37:07 |ມາຈາກ: cri

ໃນ​ໂອ​ກາດ​ກ່າວ​ປາ​ໄສ, ທ່ານ​ມາ​ຊິງ​ຣຸ້ຍ ຮອງ​ເລ​ຂາຄະ​ນະ​ພັກ​ທັງ​ເປັນ​ເຈົ້າ​ແຂວງ​ແຂວງກວາງ​ຕຸ້ງ​ກ່າວ​ວ່າ, ແຂວງກວາງ​ຕຸ້ງ​ແມ່ນ​ແຂວງ​ນຳ​ໜ້າ​ຂອງ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ທັງ​ເປັນ​​ສູນ​ກາງ​ການ​ເຊື່ອງມໂຍງ​ສຳ​ຄັນ​ຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ແຂວງກວາງ​ຕຸ້ງ​ຈະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ກັບ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຕື່​ມ​ອີກ, ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ວິ​ທະ​ຍາ​ສາດ​, ການ​ສຶກ​ສາ​ແລະ​ອື່ນໆ, ຍົກ​ລະ​ດັບ​​ຂອງ​ເຂດ​ນິ​ຄົມ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ແລະ​ໂຄງ​ການ​ກໍ່​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແຂວງກວາງ​ຕຸ້ງ​ຈະພະ​ຍາ​ຍາມປະ​ກອ​ບ​ສ່ວນ​​ເຂົ້າ​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້ມີ​ຄຸນ​ນະ​ພາບ​ສູງ.