ເມືອງຕີຊິ້ງແຂວງຢຸນນານຈັດຕັ້ງເຄື່ອງກູ້ໄພ ເພື່ອຮັບມືກັບລະດັບນໍ້າທີ່ສູງສຸດຂອງແມ່ນໍ້າຈີ່ນຊ່າຈ່ຽງ

2018-10-15 16:45:05 |ມາຈາກ: Yunnan Gateway

ໃນວັນທີ 14 ເດືອນ ຕຸລາ ນັກຂ່າວໄດ້ຮັບຮູ້ຈາກຫ້ອງການປ້ອງກັນອຸທົກກະໄພ ກິ່ງແຂວງຕີຊິ້ງແຂວງຢຸນນານວ່າ,ກິ່ງແຂວງຕີຊິ້ງໄດ້ອອກແຮງເຂົ້າໃນການຮັບມືກັບລະດັບນໍ້າທີ່ສູງທີ່ສຸດທີ່ຊຶມອອກມາຈາກອ່າງນ້ຳໃນແມ່ນໍ້າຈີ່ນຊ່າຈ່ຽງ.ໃນປັດຈຸບັນ,ປະຊາຊົນທີ່ຕ້ອງການອົບພະຍົບຈຳນວນ 8455 ຄົນໄດ້ສຳເລັດການເຄື່ອນຍ້າຍແລະການຈັດຕັ້ງເປັນທີ່ຮຽບຮ້ອຍແລ້ວ,ເຄື່ອງກູ້ໄພທີ່ກ່ຽວຂ້ອງທີ່ໄດ້ໃຊ້ເຄື່ອນຍ້າຍແລະໄດ້ແຈກຢາຍຕາມລຳດັບແລ້ວ.ພະນັກງານຂອງອົງການທີ່ກ່ຽວຂ້ອງຍັງຢຶດໝັ້ນລາດຕະເວນກວດກາຢູ່ແນວໜ້າຂອງແຄມແມ່ນໍ້າແລະປະຕິບັດການຄຸ້ມຄອງເສັ້ນທາງຄົມມະນາຄົມບາງສ່ວນ.