ຊົມເບິ່ງການກໍ່ສ້າງເສັ້ນທາງຄົມມະນາຄົມສັງລວມຂອງນະຄອນຄຸນໝິງຈາກມຸມສູງ

2018-10-19 14:49:17 |ມາຈາກ: Yunnan Gateway

ຫຼັງຈາກການປະຕິຮູບແລະການເປີດປະຕູສູ່ໂລກພາຍນອກຄົບຮອບ 40 ປີທີ່ຜ່ານມາ,ນະຄອນຄຸນໝິງໄດ້ສຳເລັດການກໍ່ສ້າງລະບົບຄົມມະນາຄົມສັງລວມທີ່ເຊື່ອມໂຍງເຊິ່ງກັນແລະກັນໃນຂັ້ນພື້ນຖານກໍຄື:ທາງຫຼວງ,ເສັ້ນທາງລົດໄຟ,ທາງອາກາດ,ຄົມມະນາຄົມຂອງຕົວເມືອງເປັນຕົ້ນ.ນະຄອນຄຸນໝິງໄດ້ສະເໜີອອກມາວ່າ,ອີງຕາມແນວຄິດສັງລວມທີ່ວ່າ “ນຳພາໂດຍການກະຈາຍ,ການເຊື່ອມໂຍງຢ່າງມີປະສິດທິພາບ,ນຳພາຈາກຈຸດນ້ອຍໄປສູ່ຈຸດໃຫຍ່”,ອາໄສລະບົບຄົມມະນາຄົມສັງລວມ “ການເຊື່ອມໂຍງແລະເຊື່ອມຕໍ່ 5 ຢ່າງ”ກໍຄື:ທາງອາກາດ,ເສັ້ນທາງລົດໄຟ,ທາງຫຼວງ,ທາງນໍ້າແລະອຸໂມງ,ອີງຕາມການຈັດສັນບົດບາດທີ່ວ່າ “1(ສູນກາງຂົນສົ່ງທາງອາກາດສາກົນສາງສຸຍນະຄອນຄຸນໝິງ)+2(ສະຖານີລົດໄຟຄວາມໄວສູງພາກໃຕ້ນະຄອນຄຸນໝິງ+ສະຖານີລົດໄຟນະຄອນຄຸນໝິງ)+ X(ສູນກາງຂົນສົ່ງດ້ວຍລົດໂດຍສານແລະລົດບັນທຸກ”,ເຊິ່ງໄດ້ເລັ່ງອອກໂຄງການແລະກໍ່ສ້າງລະບົບສູນກາງຄົມມະນາຄົມສັງລວມທີ່ເໝາະສົມກັບການທີ່ເປັນຕົວເມືອງສູນກາງສາກົນທີ່ກະຈາຍສູ່ພາກພື້ນອາຊີໃຕ້ແລະອາຊີອາຄະເນ.