ປະເທດຈີນແລະປະເທດເກົາຫຼີເໜືອຮ່ວມຈັດພິທີສຳເລັດງານບູລະນະສວນສຸສານວິລະຊົນຂອງກອງທັບອາສາສະໝັກປະຊາຊົນຈີນ

2018-10-26 11:37:55 |ມາຈາກ: Yunnan Gateway

ໃນວັນທີ 25 ຕຸລາ,ທີ່ນະຄອນຫຼວງພຽງຢາງປະເທດເກົາຫຼີເໜືອ,ປະຊາຊົນເກົາຫຼີເໜືອວາງດອກໄມ້ພາຍໃນສວນສຸສານວິລະຊົນຂອງກອງທັບອາສາສະໝັກປະຊາຊົນຈີນ.ໃນວັນທີ 25 ຕຸລາເປັນວັນລະນຶກເຖິງກອງທັບອາສາສະໝັກປະຊາຊົນຈີນທີ່ເດີນທາງໄປປະເທດເກົາຫຼີເໜືອເພື່ອເຂົ້າຮ່ວມສົງຄາມ.ໃນຕອນເຊົ້າຂອງວັນທີ 25,ຝ່າຍຈີນແລະຝ່າຍເກົາຫຼີເໜືອໄດ້ຈັດພິທີສຳເລັດງານບູລະນະສວນສຸສານວິລະຊົນຂອງກອງທັບອາສາສະໝັກປະຊາຊົນຈີນພາຍໃນສວນທີ່ນະຄອນຫຼວງພຽງຢາງ,ພ້ອມດຽວກັນນັ້ນຍັງໄດ້ສະແດງຄວາມເຄົາລົບຕໍ່ບັນດາສຸສານວິລະຊົນ,ເພື່ອລະນຶກເຖິງບັນດາວິລະຊົນຢ່າງເລິກເຊິ່ງ.