ໃນທົດສະວັດທີ 1 ຂອງສະຕະວັດທີ່ 21,ພຽງແຕ່ຊອກຫາຊື່ຂອງຮູບເງົາຢູ່ເທິງຄອມພິວເຕີ ມືຖືຫຼືໄອແພດ,ພຽງແຕ່ດາວໂຫລດເທົ່ານັ້ນ ກໍສາມາດຊົມເບິ່ງໄດ້ແລ້ວ,ຫລືວ່າຖ້າມີແຫລ່ງຊັບພະຍາກອນຢູ່ເທິງອິນເຕິເນັດແລ້ວກໍສາມາດເຊື່ອມຕໍ່ຢູ່ເທິງໂທລະພາບແລະສາມາດເບິ່ງໄດ້ໂລດ.
ບໍ່ວ່າວິທີການເບິ່ງຮູບເງົາມີການປ່ຽນແປງໄປແບບໃດກໍຕາມ,ສະຖານະຂອງຮູບເງົາທີ່ເປັນສິ່ງຫນຶ່ງທີ່ຂາດບໍ່ໄດ້ໃນວິຖີຊີວິດ ຖານະຂອງມັນຈະບໍ່ມີການປ່ຽນແປງ,ຮູບເງົາໄດ້ແບກຮັບເອົາຄວາມມຸ່ງຫວັງທີ່ດີງາມຕໍ່ການດຳລົງຊີວິດຂອງພວກເຮົາແລະເຕີບໃຫຍ່ຂຶ້ນໄປພ້ອມກັບພວກເຮົາ.
