ການກະກຽມວຽກງານຂອງຫໍຫຼັກງານວາງສະແດງນໍາເຂົ້າສາກົນປະເທດຈີນໄດ້ຮຽບຮ້ອຍໃນຂັ້ນພື້ນຖານ

2018-11-02 17:30:54 |ມາຈາກ: Yunnan Gateway

ໃນວັນທີ 1 ພະຈິກ,ການກະກຽມວຽກງານແຕ່ລະຫນ້າວຽກຂອງຫໍຫຼັກງານວາງສະແດງນໍາເຂົ້າສາກົນປະເທດຈີນໄດ້ຮຽບຮ້ອຍໃນຂັ້ນພື້ນຖານ.ງານວາງສະແດງນໍາເຂົ້າສາກົນປະເທດຈີນຄັ້ງທຳອິດຈະຈັດຂຶ້ນທີ່ນະຄອນຊຽງໄຮໃນວັນທີ 5 ຫາ ວັນທີ 10 ເດືອນພະຈິກນີ້,ຈະມີວິສາຫະກິດຈຳນວນ 3000 ກວ່າແຫ່ງທີ່ມາຈາກ 130 ກວ່າປະເທດແລະພາກພື້ນມາເຂົ້າຮ່ວມການວາງສະແດງຄັ້ງນີ້.