ງານສຳມະນາສື່ມວນຊົນປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ2

2018-11-08 14:42:50 |ມາຈາກ: Pasaxon Newspaper

ກົມຮ່ວມມືສາກົນ ໂທລະພາບ, ວິທະຍຸ, ການພິມຈໍາໜ່າຍ ແລະ ຂ່າວສານແຫ່ງສປ ຈີນ, ກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ ໄດ້ຈັດງານສໍາມະນາສື່ມວນຊົນ ແລະ ນັກຂ່າວໜັງສືພິມລາຍວັນ ບັນດາປະເທດແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ຄັ້ງທີ2 ໃນລະຫວ່າງວັນທີ 30 ຕຸລາຫາວັນທີ 9 ພະຈິກ 2018 ຢູ່ແຂວງຢຸນນານ ສປ ຈີນ. ເຂົ້າຮ່ວມໃນພິທີເປີດມີທ່ານ ຢາງຣຸນ ຫົວໜ້າບັນນາທິການກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ,

ມີຮອງບັນນາທິການ, ພ້ອມດ້ວຍບັນດາສື່ມວນຊົນທີ່ມາຈາກ 4 ປະເທດຄື: ລາວ ກໍາປູເຈຍ, ໄທແລະ ມຽນມາ.ງານສໍາມະນາຄັ້ງນີ້ຈະໄດ້ຮັບຟັງການເຜີຍແຜ່, ແລກປ່ຽນການຮ່ວມມືລະຫວ່າງ ບັນດາປະເທດແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງກັບ ສປ ຈີນ. ຂະນະດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງສະພາບການພັດທະນາສື່ມວນຊົນ, ທັກສະການນໍາໃຊ້ອຸປະກອນສື່ມວນຊົນແບບໃໝ່, ການພັດທະນາຂະແໜງຂ່າວສານຈີນ. ໃນໂອກາດທີ່ເຂົ້າຮ່ວມງານສໍາມະນາບັນດາສື່ມວນຊົນຈະໄດ້ໄປທັດສະນະຢ້ຽມຊົມສະຖານທີ່ສໍາຄັນຕ່າງໆຂອງແຂວງຢຸນນານ ແລະ ແຂວງເຈີ້ຈຽງເຊັ່ນ:ຢ້ຽມຊົມສະຖານທີ່ໄຮເກີນໜອງຕຽນຊຶ, ຫໍພິພິທະພັນແຂວງຢຸນໜານ, ຢ້ຽມຢາມໂຮງໝໍປິ່ນປົວພະຍາດຫົວໃຈຟູ້ວ້າຍນານ, ຢ້ຽມຢາມສູນບໍລິການຝາກ-ສົ່ງດ່ວນຄຸນໝິງ, ຢ້ຽມຊົມສະຖານນີລົດໄຟຄວາມໄວສູງໃຕ້ດິນ, ຂີ່ລົດໄຟຄວາມໄວສູງຕ້າຫຼີ, ຢ້ຽມຊົມວິທີຍ້ອມສີຜ້າແພ, ຢ້ຽມຊົມສະຖານທີ່ເມິນຊຶກວນ, ວິຖີຊີວິດຊາວບ້ານ, ເມືອງບູຮານຕ້າຫຼີ, ການຜະລິດຜະລິດຕະພັນສື່ມວນຊົນ ແລະ ອື່ນໆ.