ງານສຳມະນາສື່ມວນຊົນປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 2 ໄດ້ສຳເລັດຢູ່ນະຄອນຄຸນໝິງ

2018-11-09 15:27:05 |ມາຈາກ: Yunnan Gateway

ໃນວັນທີ 8 ເດືອນພະຈິກ,ເປັນວັນນັກຂ່າວຈີນ. ລັດຖະກອນສື່ມວນຊົນແລະນັກຂ່າວທີ່ມາຈາກກຳປູເຈຍ ລາວ ໄທແລະມຽນມາໄດ້ເຂົ້າຮ່ວມພິທີການຈົບການຝຶກອົບຮົມນຳໝູ່ເພື່ອນຂະແໜງດຽວກັນທີ່ກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ, ຮ່ວມກັນສະເຫຼີມສະຫຼອງວັນນັກຂ່າວຈີນແລະເຂົ້າຮ່ວມພິທີການຈົບການຝຶກອົບຮົມຂອງງານສຳມະນາສື່ມວນຊົນປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 2.