
ໃນວັນທີ 19 ພະຈິກ,ກິດຈະກຳຂອງຄະນະການຢ້ຽມຢາມເຊິ່ງກັນແລະກັນຂອງອົງການຂ່າວສານຂອງປະເທດຈີນແລະປະເທດເຂດອະນຸພາກພື້ນແມ່ນໍ້າຂອງຄັ້ງທີ 6 ພ້ອມດ້ວຍຄະນະຜູ້ແທນຂ່າວສານແຂວງຢຸນນານໄດ້ເຂົ້າຢ້ຽມຢາມພະແນກພົວພັນປະຊາຊົນປະເທດໄທທີ່ ກຸງເທບ,ສອງຝ່າຍໄດ້ແລກປ່ຽນສົນທະນາກັນກ່ຽວກັບການເພີ່ມທະວີການຮ່ວມມືແລກປ່ຽນຂ່າວສານແລະສື່ມວນຊົນລະຫວ່າງແຂວງຢຸນນານ ສປ ຈີນກັບປະເທດໄທໃຫ້ເຂັ້ມແຂງກວ່າເກົ່າ.