ທ່ານ ສີ​ຈິ້ນ​ຜິງ ເລີ່ມ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ທາງ​ລັດ​ຖະ​ກິດ

2018-11-21 15:42:13 |ມາຈາກ: CRI

ວັນ​ທີ 20 ພະ​ຈິກນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ເດີນ​ທາງ​ເຖິງ​ນະ​ຄອນຫຼວງ​ມາ​ນີ​ລາ ເລີ່ມ​ຢ້ຽມ​ຢາມ​ສາ​ທາ​ລະ​ນະ​ລັດ​ຟິ​ລິບ​ປິນ​ທາງ​ລັດ​ຖະ​ກິດ.

ທ່ານ ສີ​ຈິ້ນ​ຜິງ ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ສະ​ແດງ​ຄວາມ​​ຢື້​ຢາມ​ຖາມ​ຂ່າວ​ດ້ວຍ​ຄວາມ​ຈິງ​ໃຈ​ແລະຄວາມອວຍ​ພອນ​ທີ່​ຈົບ​ງາມ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຟິ​ລິບ​ປິນ. ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ຈີນ​ແລະ​ຟິ​ລິບ​ປິນ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ມິດ​ຕະ​ພາບ​ຕໍ່​ກັນ​ທີ່​ມີ​ເຊື້ອ​ສາຍ​ໃກ້​ກັນ ແລະ​ມີ​ວັດ​ທະ​ນະ​ທຳ​ຄ້າຍ​ກັນ. ນັບ​ແຕ່​ທ່ານ ໂລດ​ຣີ​ໂກ ດູ​ເຕີ​ເຕ ປະ​ທານ​າ​ທິ​ບໍ​ດີ​ຂຶ້ນ​ກຳ​ອຳ​ນາດ​ເປັນ​ຕົ້ນ​ມາ, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ຟິ​ລິບ​ປິນ ໄດ້​ເປີດ​ປະ​ຕູ​ຄື​ໃໝ່ ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ສູ່​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເພື່ອ​ສັນ​ຕິ​ພາບ, ສະ​ຖ​ຽນ​ລະ​ພາບ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ. ຈີນ​ແລະ​ຟິ​ລິບ​ປິນ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ​ແລະກຸ່ມ​ເສດ​ຖະ​ກິດ​ທີ່​ຈະ​ເລີນ​ໃໝ່​ຢູ່​ອາ​ຊີ, ການ​ທີ່​ສອງ​ປະ​ເທດ​ມີ​ມິດ​ຕະ​ພາບ​ຕໍ່​ກັນ​ນັ້ນ ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​ເສັ້ນ​ດຽວ​ລະ​ຫວ່າງ​ສອງ​ປະ​ເທດ. ໃນ​ໄລ​ຍະ​ຢ້ຽມ​ຢາມ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້​ຮ່ວມ​ກັບ​ຜູ້​ນຳ​ຟິ​ລິບ​ປິນ​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີສາຍ​ພົວ​ພັນ​ສອງ​ປະ​ເທດພ້ອມ​ດ້ວຍ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ. ເຊື່ອ​ວ່າ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຍ່ອມ​ຈະ​ບັນ​ລຸ​ເປົ້າ​ໝາຍ​ທີ່​ປັບ​ປຸງ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​ພັດ​ທະ​ນາ​ຮ່ວມ​ກັນ, ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.