
ໃນວັນທີ 25 ພະຈິກ,ກຸ່ມການຄົ້ນຄວ້າສຳຫລວດການເດີນທາງດ້ວຍການຂັບລົດເອງພາຍໃນປະເທດຈີນຂອງສະມາຄົມຮ່ວມມືຕົວເມືອງການທ່ອງທ່ຽວແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ເດີນທາງອອກຈາກນະຄອນປາວຊານແຂວງຢຸນນານ,ເລີ່ມການສຳຫລວດດ້ວຍການຂັບລົດເອງທີ່ສືບຕໍ່ເປັນເວລາ 9 ວັນ.ການສຳຫລວດຄັ້ງນີ້ກ່ຽວກັບແຂວງຢຸນນານ ເຂດປົກຄອງຕົນເອງເຜົ່າທິເບດ ສປ ຈີນແລະແຂວງຊິງໄຮ,ຈຸດປະສົງແມ່ນຄົ້ນຄວ້າສຳຫລວດສະພາບເສັ້ນທາງການຂັບລົດດ້ວຍຕົນເອງ ສະພາບການພັດທະນາຂອງຂະແໜງການທ່ອງທ່ຽວຕົວເມືອງທີ່ລຽບຕາມເຂດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ,ແລະຕິດຕໍ່ກັບອົງການການບໍລິຫານການທ່ອງທ່ຽວຂອງທ້ອງຖິ່ນ,ເພື່ອສ້າງພື້ນຖານໃຫ້ແກ່ການສຳຫລວດການເດີນທາງດ້ວຍການຂັບລົດເອງພາກສ່ວນສາກົນ(ລາວ ມຽນມາ ໄທ)ທີ່ຈະເລີ່ມຂຶ້ນໃນເດືອນທັນວານີ້.ກິດຈະກຳນີ້ກໍເປັນການປະຕິບັດການຢ່າງເປັນຮູບປະທຳຂອງ “ຖະແຫລງການຊານຢ້າ”ທີ່ກອງປະຊຸມຜູ້ນໍາແມ່ນໍ້າລ້້ານຊ້າງ-ແມ່ນໍ້າຂອງຄັ້ງທຳອິດຖະແຫຼງອອກມາ.