ທ່ານ​ນາງ​​ເພີງ​ລີ້​ຢວນ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ຄູ່​ຊີວິດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ຜູ້ນຳ​ກຸ່ມ G20

2018-12-03 11:27:35 |ມາຈາກ: CRI

ຕອນ​ເຊົ້າ​ວັນ​ທີ 30 ພະຈິກຜ່ານ​ມາ, ​ໂດຍ​ຕອບ​ສະໜອງ​ຕາມ​ການ​​ເຊື້ອ​ເຊີນ​ຂອງ​ທ່ານ​ນາງ ຈູ​ລຽນນະ ອະ​ວາດາ ​ພັນ​ລະ​ຍາ​ຂອງ​ປະ​ທາ​ນາ​ທິບໍດີ​ອາກຊັງ​ຕິນ, ທ່ານ​ນາງ​ເພີງ​ລີ້​ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ພ້ອມ​ດ້ວຍຄູ່​ຊີວິດ​ຂອງ​ຜູ້​ນຳ​ບາງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຂອງ​ຜູ້ນຳ G20 ທີ່​ໄຂ​ຂຶ້ນ​ຢູ່​ບູນົສ​ໄອ​ເຣສ​ໄປທ່ຽວ​ຊົມ​ເຮືອນ​ເກົ່າ​ຂອງ​ທ່ານນາງ​ວີ​ກ​​ໂຕ​​ເຣຍ ​ໂອ​ຄຳ​ໂປຮ່ວມ​ກັນ.

ກ່ອນອື່ນ​ໝົດ, ທ່ານ​ນາງ​ເພີງ​ລີ້​ຢວນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ເຫຼົ້າ​ເພື່ອ​ເປັນ​ກຽດຈັດ​ຂຶ້ນ​ຢູ່​ເດີ່ນ​ຂອງ​ເຮືອນ​ເກົ່າ​​, ທັງ​ໄດ້ຊົມວົງ​ດົນຕີປະສານສຽງ​ເພດ​ຍິງ 4 ຄົນ​ບັນ​ເລງ​ເພງ​ພື້ນ​ເມືອງຂອງ​ອາກຊັງ​ຕິນ ​ແລະ​​ໂອ້​ລົມ​ກັນ​ຢ່າງ​ສະໜິດ​ສະໜົມ. ​ຫຼັງ​ຈາກ​ນັ້ນ, ບັນດາ​ທ່ານ​​ໄດ້​ຖ່າຍຮູບຄະນະ​ຢູ່​ໜ້າ​ປະ​ຕູ​ເຮືອນ​ເກົ່າ​, ທ່ຽວ​ຊົມ​ເຮືອນ​ເກົ່າ ​ແລະ​ຟັງການ​ບັນຍາຍ​ກ່ຽວ​ກັບວັດທະນະທຳ​ປະຫວັດສາດ ​ແລະ​ຮູບ​ແບບ​ການກໍ່ສ້າງ​ຂອງ​ເຮືອນ​ເກົ່າ. ທ່ານ​ນາງ​ເພີງ​ລີ້​ຢວນກ່າວ​ວ່າ: ການ​ທ່ຽວ​ຊົມ​ເຮືອນ​ເກົ່າ​​ຂອງ​ທ່ານນາງ​ໂອ​ຄຳ​ໂປ​ໄດ້​​ເຮັດໃຫ້ຄົນ​ສຳຜັດ​ກັບວັດທະນະທຳ​ພິ​ເສດ​ຂອງ​ອາກຊັງ​ຕິນ. ຫວັງ​ວ່າຈີນ ​ແລະ​ອາກຊັງ​ຕິນເພີ່ມທະວີ​ການ​ແລ​ກປ່ຽນ​ວັດທະນະທຳ ​ແລະຊຸກຍູ້​ການ​ປະສານ​ຈິດ​ໃຈຂອງ​ປະຊາຊົນ.
ທ່ານ​ນາງໂອ​ຄຳ​ໂປ​ໄດ້​ດຳລົງ​ຊີວິດ​ແຕ່​ທ້າຍ​ສະຕະວັດ​ທີ 19 ຫາ​​ຊຸມປີ 1970, ​ເປັນ​ນັກ​ປາ​ພັນ ​ແລະ​ນັກ​ເຄື່ອນ​ໄຫວ​ທາງ​ສັງຄົມ​ຂອງ​ອາກ​ຊັງ​ຕິນ. ​ເຮືອນ​ເກົ່າ​ຂອງ​ເພິ່ນ​ເປັນ​ບ່ອນ​ວາງ​ສະ​ແດງວັດຖຸບູຮານ​ໃນປະຫວັດສາດ ​ແລະ​ວັດທະນະທຳປະຫວັດສາດ​ທີ່​ສຳຄັນ​ຂອງ​ອາກຊັງ​ຕິນ​ໃນ​ປັດຈຸບັນ​.