ຄະນະວິຊາຊີບສາກົນແມ່ນໍ້າລ້ານຊ້າງແມ່ນໍ້າຂອງໄດ້ຮັບນັກສຶກສາຊຸດທຳອິດ

2018-12-03 11:52:38 |ມາຈາກ: Yunnan Gateway

ໃນເດືອນ ກັນຍາ ປິນີ້,ນັກສຶກສາທີ່ມາຈາກປະເທດກຳປູເຈຍ ລາວ ມຽນມາ ແລະໄທຈຳນວນ 109 ຄົນໄດ້ກາຍເປັນນັກສຶກສາຊຸດທຳອິດຂອງຄະນະວິຊາຊີບສາກົນແມ່ນໍ້າລ້ານຊ້າງແມ່ນໍ້າຂອງ.ໃນ 4-5 ປີຕໍ່ຫນ້າ,ເຂົາເຈົ້າຈະຮໍ່າຮຽນຫຼັກສູດຂອງ 3 ວິຊາຢ່າງເປັນລະບົບກໍຄືວິຊາການບໍລິຫານການເງິນ, ເສດຖະກິດແລະການເງິນ, ການບໍລິຫານການທ່ອງທ່ຽວ.

ຄະນະວິຊາຊີບສາກົນແມ່ນໍ້າລ້ານຊ້າງແມ່ນໍ້າຂອງເປັນຄະນະລະດັບທີ 2 ຂອງມະຫາວິທະຍາໄລຊົນເຜົ່າຢຸນນານ,ສ້າງຕັ້ງຂຶ້ນໃນເດືອນ ພະຈິກ ປີ 2017.ການສ້າງຕັ້ງຂອງຄະນະ,ໄດ້ຈັດເຂົ້າໃນບັນຊີຜົນສຳເລັດອັນສຳຄັນຂອງກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 2.ຄະນະດັ່ງກ່າວໄດ້ຢຶດໝັ້ນວັດທະນະທຳແມ່ນໍ້າລ້ານຊ້າງແມ່ນໍ້າຂອງທີ່ວ່າ “ປະຕິບັດຕໍ່ກັນຢ່າງສະເໝີພາບ, ຊ່ວຍເຫຼືອເຊິ່ງກັນແລະກັນດ້ວຍຄວາມຈິງໃຈ ແລະຮັກແພງເໝືອນຄອບຄົວດຽວກັນ”,ຖືການບໍລິການຕໍ່ການພັດທະນາຂອງເສດຖະກິດແລະຂະແໜງການຂອງປະເທດແມ່ນໍ້າລ້ານຊ້າງແມ່ນໍ້າຂອງເປັນໜ້າທີ່ທຳອິດ,ສຸມໃສ່ບໍາລຸງຊັບພະຍາກອນບຸກຄົນທີ່ມີທັກສະການນໍາໃຊ້ເຕັກນິກທີ່ມີຄຸນນະພາບສູງ,ເພື່ອຊຸກຍູ້ການພັດທະນາເຊື່ອມໂຍງການສຶກສາ ວັດທະນະທຳແລະຂະແໜງການຂອງ 6 ປະເທດ.