ຄຸນໝິງເລັ່ງກໍ່ສ້າງຕົວເມືອງໃຫ້ກາຍເປັນສູນກາງສາກົນທີ່ມີລັກສະນະພາກພື້ນ

2018-12-06 16:21:51 |ມາຈາກ: Yunnan Gateway

“ພາກໃຕ້ສາມາດໄປເຖິງປະເທດຫວຽດນາມ ລາວ ໄທແລະກຳປູເຈຍ,ພາກຕາເວັນຕົກເຊື່ອມຕໍ່ກັບປະປະເທດມຽນມາ ອິນເດຍແລະປາກິສະຖານ.”ສະຖານທີ່ຕັ້ງຂອງນະຄອນຄຸນໝິງແຂວງຢຸນນານແມ່ນມີຄວາມສຳຄັນໃນດ້ານພູມສາດ.ໃນ 2000 ກວ່າປີກ່ອນຫນ້ານີ້,ຄຸນໝິງກໍເຄີຍເປັນສະຖານທີ່ອັນສຳຄັນໃນເສັ້ນທາງສາຍໄໝພາກໃຕ້.ປັດຈຸບັນ,ໂດຍຄຽງຄູ່ກັບການດຳເນີນໄປຕາມໂອກາດການພັດທະນາຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ”,ຄຸນໝິງກຳລັງກ້າວໜ້າໄປສູ່ເປົ້າໝາຍທີ່ຈະສ້າງນະຄອນຄຸນໝິງໃຫ້ກາຍເປັນຕົວເມືອງສູນກາງສາກົນທີ່ມີລັກສະນະພາກພື້ນ,ເຊິ່ງໄດ້ສ້າງຂົວເຊື່ອມຕໍ່ແຫ່ງສີສັນເພື່ອເຊື່ອມຕໍ່ການແລກປ່ຽນການຮ່ວມມືລະຫວ່າງປະເທດຈີນກັບປະເທດອາຊີໃຕ້ແລະອາຊີອາຄະເນ.