ບ້ານຫຼົງເຟີ້ງເປັນກຸ່ມຊາວບ້ານກຸ່ມໜຶ່ງທີ່ຢູ່ພາຍໃຕ້ການນຳພາຂອງຕາແສງຈີ່ນສຸຍເຫີກິ່ງແຂວງປົກຄອງຕົນເອງເຜົ່າມົ້ງເຜົ່າຢາວແລະເຜົ່າໄທລື້ຈີ່ນຜິງຂອງແຂວງຢຸນນານ,ໃນທົ່ວບ້ານສ່ວນຫຼາຍແມ່ນເຜົ່າປູ້ຫຼ້າງ.ຊຸມປີມານີ້,ບ້ານແຫ່ງນີ້ໄດ້ພັດທະນາຂະແໜງການທີ່ມີສີສັນພິເສດຢ່າງແຂງແຮງກໍຄື:ຊານໍ້າມັນ ປານລານເກິ່ນ ຢາວຢ້າວເປັນຕົ້ນ.ພ້ອມດຽວກັນນັ້ນ,ຍັງສືບຕໍ່ປັບປຸງການກໍ່ສ້າງໂຄງລ່າງພື້ນຖານຂອງບ້ານ ປັບປຸງສິ່ງແວດລ້ອມການດຳລົງຊີວິດຂອງປະຊາຊົນ,ເຊິ່ງໂສມໜ້າຂອງບ້ານໄດ້ມີການປ່ຽນແປງອັນຍິ່ງໃຫຍ່.