ການປ່ຽນແປງອັນໃໝ່ໃນການຕໍ່ສູ້ຄວາມທຸກຍາກຂອງເມືອງເມິງຫຼຽນແຂວງຢຸນນານ

2018-12-13 15:41:23 |ມາຈາກ: Yunnan Gateway

ກິ່ງແຂວງປົກຄອງຕົນເອງເຜົ່າໄທລື້ເຜົ່າລ່າຮູ້ເຜົ່າຫວ້າເມືອງເມິງຫຼຽນແຂວງຢຸນນານເປັນໜຶ່ງໃນເມືອງອັນສຳຄັນໃນວຽກງານການຕໍ່ສູ້ຄວາມທຸກຍາກແລະການພັດທະນາແຫ່ງຊາດ,ມີຄົນເຜົ່າໄທລື້ ເຜົ່າລ່າຮູ້ແລະເຜົ່າຫວ້າແລະຊົນເຜົ່ານ້ອຍອື່ນໆໄດ້ເຕົ້າໂຮມດຳລົງຊີວິດພາຍໃນເມືອງນີ້.ຊຸມປີມານີ້,ໃນໄລຍະການຊຸກຍູ້ການຕໍ່ສູ້ຄວາມທຸກຍາກ,ເມືອງແຫ່ງນີ້ໄດ້ບັນລຸວຽກງານການຍົກສູງຢ່າງຮອບດ້ານໃນຫຼາຍດ້ານ ກໍຄື:ການຊ່ວຍເຫຼືອຄວາມທຸກຍາກດ້ວຍຂະແໜງການ, ການກໍ່ສ້າງໂຄງລ່າງພື້ນຖານຂອງການດຳລົງຊີວິດ, ການກໍ່ສ້າງໂຄງລ່າງພື້ນຖານ, ການບໍລິການສາທາລະນະພື້ນຖານແລະການຮັບປະກັນສັງຄົມເປັນຕົ້ນ,ເຊິ່ງໄດ້ສະແດງອອກໃນການປ່ຽນແປງຂອງສິ່ງແວດລ້ອມທາງນິເວດທີ່ສວຍງາມ, ປະຊາຊົນມີຊີວິດທີ່ຮັ່ງມີຜາສຸກແລະຂະແໜງການອຸດສາຫະກຳທີ່ຮຸ່ງເຮືອງ ແລະ ການປະພຶດຂອງຄົນໃນເຂດຊົນນະບົດທີ່ມີຄວາມສີວິໄລ.