
ເຂດເມືອງຕຸ່ງສວນນະຄອນຄຸນໝິງແຂວງຢຸນນານເປັນໜຶ່ງໃນເມືອງທີ່ທຸກຍາກໃນລະດັບຊາດ,ພື້ນທີ່ເຂດທຸກຍາກຂອງຕາແສງທໍປູ້ຂາເຂດຕຸ່ງສ່ວນພາຍໃນເຂດພູດອຍແມ່ນກວ້າງຂວາງ,ກາຍເປັນ “ກະດູກອັນແຂງແຮງ”ໃນຂະບວນການຕໍ່ສູ້ຄວາມທຸກຍາກ.ຊຸມປີນີ້,ແມ່ຍິງ5 ຄົນຜູ້ເປັນສະຫາຍໃນການຊ່ວຍເຫຼືອປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ກາຍເປັນ “ດອກໄມ້ຄຳ 5 ດອກ”ໃນເສັ້ນທາງຂອງຂະບວນການຕໍ່ສູ້ຄວາມທຸກຍາກ,ເຂົາເຈົ້ານຳພາປະຊາຊົນບຸກເບີກເນື້ອທີ່ດິນມາປູກຝັງໝາກມັງກອນ ລ້ຽງໄກ່ພື້ນເມືອງ ປູກໝາກເຂືອກຸຫຼາບ ນຳເຂົ້າໜູໄມ້ໄຜ່ເຂົ້າໃນພູແລະແບກຫາບພາລະການບໍລິຫານຂໍ້ມູນການຊ່ວຍເຫຼືອຄວາມທຸກຍາກ,ເຊິ່ງໄດ້ຍົກລະດັບການດຳລົງຊີວິດຂອງປະຊາຊົນຢ່າງຍິ່ງໃຫຍ່.