ໃນຕອນເຊົ້າຂອງວັນທີ 28 ທັນວາ,ພິທີການມອບທຸງແລະຕຳແຫນ່ງພ້ອມດ້ວຍການປ່ຽນເຄື່ອງແບບຂອງຫນ່ວຍດັບເພີງແຂວງຢຸນນານໄດ້ຈັດຂຶ້ນທີ່ນະຄອນຄຸນໝິງແຂວງຢຸນນານ.ໃນສະຖານທີ່ການຈັດພິທີ ບັນຍາກາດແມ່ນມີຄວາມຫນັກແຫນ້ນແລະຟົດຟື້ນຫຼາຍ.ຢູ່ເທິງສາກຫຼັງທີ່ເປັນສີແດງ ຕົວໜັງສື “ພິທີການມອບທຸງແລະຕຳແຫນ່ງພ້ອມດ້ວຍການປ່ຽນເຄື່ອງແບບຂອງຫນ່ວຍດັບເພີງແຂວງຢຸນນານ”ເດັ່ນເປັນສະຫງ່າ.ພວກພະນັກງານດັບເພີງ220ກວ່າຄົນທີ່ຢູ່ໃນຊຸດໂສ້ງເສື້ອສີຟ້າເຫຼົ່ານັ້ນຈິດໃຈຂອງພວກເຂົາເຕັມປ່ຽມດ້ວຍກຳລັງໃຈແລະຈັດແຖວຢ່າງເປັນລະບຽບ.