ຝົນຕົກແລະອຸນຫະພູມຫລຸດລົງ ນະຄອນຄຸນໝິງຫນາວເຢັນຈັບໃຈ

2019-01-09 11:58:39 |ມາຈາກ: Yunnan Gateway

ໃນວັນທີ 8 ມັງກອນ ອາກາດໜາວຄັ້ງທຳອິດພາຍຫຼັງທີ່ເຂົ້າສູ່ປີໃໝ່ 2019 ໄດ້ມາເຖິງແລ້ວ.ນະຄອນຄຸນໝິງເລີ່ມມີຝົນຕົກແລະອຸນຫະພູມກໍຫຼຸດລົງ,ຄຽງຄູ່ກັບຝົນທີ່ຕົກໃນຄັ້ງນີ້ ຄຸນໝິງເລີ່ມປະກົດມີທິວທັດຂອງລະດູໜາວ.ຢູ່ເທິງຖະໜົນ ສາມາດສັງເກດເຫັນຊາວເມືອງພາກັນຖືຄັນຮົ່ມ ນຸ່ງເສື້ອກັນຝົນແລະຍ່າງຢູ່ກາງສາຍຝົນ,ເຊິ່ງເປັນທິວທັດຂອງລະດູໜາວທີ່ເຮັດໃຫ້ຜູ້ພົບເຫັນຮູ້ສຶກຫນາວເຢັນຈັບໃຈ.

ຈາກຂ່າວຂອງສະຖານີອຸຕຸນິຍົມວິທະຍາແຂວງຢຸນນານຮູ້ວ່າ,ໂດຍໄດ້ຮັບອິດທິພົນຈາກກະແສລົມອຸ່ນຊຸ່ມແລະກະແສລົມໜາວຈາກພາກຕາເວັນຕົກສຽງໃຕ້, ເລີ່ມແຕ່ວັນທີ 8,ຈະປະກົດຕົວມີຝົນຕົກແຮງເປັນໄລຍະໃນບາງທ້ອງຖິ່ນແຕ່ເຂດພາກຕາເວັນຕົກຫາພາກຕາເວັນອອກຂອງແຂວງຢຸນນານ.ສຳລັບເຂດນະຄອນຄຸນໝິງ ຈະມີຝົນຕົກຢ່າງຕໍ່ເນື່ອງ, ປະລິມານຝົນແມ່ນຂະໜາດກາງ ແລະບາງເຂດຈະມີຝົນຕົກຫນັກ ອຸນຫະພູມທີ່ຕໍ່າທີ່ສຸດແມ່ນ 4-5 ອົງສາ.