ຫໍພິພິທະພັນລາດຊະວົງຈີນບູຮານຈັດການວາງສະແດງ “ສະເຫຼີມສະຫຼອງບຸນກຸດຈີນຢູ່ໃນເມືອງຈືຈີ້ນ”

2019-01-10 14:54:04 |ມາຈາກ: Yunnan Gateway

ໃນວັນທີ 6 ມັງກອນ,ຜູ້ຊົມກຳລັງຊົມເບິ່ງການວາງສະແດງ“ສະເຫຼີມສະຫຼອງບຸນກຸດຈີນຢູ່ໃນເມືອງຈືຈີ້ນ”.ໃນວັນດຽວກັນ ການວາງສະແດງ “ສະເຫຼີມສະຫຼອງບຸນກຸດຈີນຢູ່ໃນເມືອງຈືຈີ້ນ”ທີ່ຫໍພິພິທະພັນລາດຊະວົງຈີນບູຮານເປັນຜູ້ຈັດງານໄດ້ເລີ່ມເປີດການວາງສະແດງ.ຫໍພິພິທະພັນລາດຊະວົງຈີນບູຮານໄດ້ວາງສະແດງວັດຖຸບູຮານເກືອບ 900 ໜ່ວຍແລະຟື້ນຟູການປະດັບຕົບແຕ່ງແລະກິດຈະກຳຕ່າງໆຂອງເຈົ້າຊີວິດໃນສະໄຫມບູຮານ ,ເພື່ອສະແດງບັນຍາກາດເມືອງຈືຈີ້ນທີ່ເຕັມໄປດ້ວຍການສະເຫຼີມສະຫຼອງບຸນກຸດຈີນໃນແຕ່ກ່ອນໃຫ້ແກ່ຜູ້ຊົມໄດ້ຮັບຊົມ.