“ສິລະປະເຊືອກຖັກຂອງຈີນ”ຕ້ອນຮັບບຸນກຸດຈີນຢ່າງຟົດຟື້ນ

2019-01-11 14:10:53 |ມາຈາກ: Yunnan Gateway

ຫຼັງຈາກໄດ້ເຂົ້າສູ່ເດືອນ ທັນວາ, ຕາມປະຕິທິນຈັນທະຄະຕິຈີນແລ້ວ,ຊາວບ້ານຂອງບ້ານຊິນສາງຕາແສງຢ້ຽນຈ່າຖົນຂອງເມືອງສິງຖາຍແຂວງເຫີເປີຍກໍໄດ້ເຂົ້າສູ່ໃນໄລຍະການຜະລິດແລະຫຍຸ້ງກັບການຈຳໜ່າຍຜະລິດຕະພັນເຊືອກຖັກຈີນ,ເຂົາເຈົ້າໄດ້ຂຸ້ນຂ້ຽວຜະລິດຜະລິດຕະພັນເຊືອກຖັກຈີນໃຫ້ແກ່ພໍ່ຄ້າກໍຄື:“ເຊືອກຖັກທີ່ມີຄວາມຫມາຍວ່າສົມຫວັງ”“ເຊືອກຖັກທີ່ມີຄວາມຫມາຍວ່າສາມັກຄີ”“ເຊືອກຖັກທີ່ມີຄວາມຫມາຍວ່າສະຫງົບປອດໄພ”“ເຊືອກຖັກທີ່ມີທີ່ເປັນໜັງສືຈີນຝູ ທີ່ຫມາຍເຖິງຄວາມສຸກ”ແລະອື່ນໆ.ບັນດາເຊືອກຖັກຂອງຈີນທີ່ເປັນສີແດງສວຍງາມນັ້ນ ບໍ່ພຽງແຕ່ໄດ້ປະດັບແຕ່ງຕະຫຼາດຂອງແຕ່ລະທ້ອງຖິ່ນໃນໄລຍະບຸນກຸດຈີນເທົ່ານັ້ນ ຍັງໄດ້ນຳພາປະຊາຊົນທ້ອງຖິ່ນກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມຮັ່ງມີຜາສຸກອີກດ້ວຍ.