ໜອງຈິ້ງພໍປະກົດມີທິວທັດນໍ້າຕົກຕາດທີ່ແຂງຕົວເປັນນຳ້ກ້ອນອັນມະຫັດສະຈັນໃນທຸກທິດທາງ

2019-01-15 15:31:28 |ມາຈາກ: Yunnan Gateway

ໃນໄລຍະຕົ້ນປີ 2019 ໜອງຈິ້ງພໍຂອງເມືອງໝູ້ຕ່ານຈ່ຽງປະກົດມີທິວທັດນໍ້າຕົກຕາດທີ່ແຂງຕົວເປັນນໍ້າກ້ອນຢ່າງຫນ້າມະຫັດສະຈັນໃນທຸກທິດທາງ.ເນື່ອງຈາກວ່າປະລິມານນໍ້າອຸດົມສົມບູນ ນໍ້າຂອງນໍ້າຕົກຕາດໜອງຈິ້ງພໍໄດ້ໄຫຼເຂົ້າໃນໜອງຈາກທຸກທິດ ຈຶ່ງໄດ້ກາຍເປັນທິວທັດນໍ້າຕົກຕາດທີ່ແຂງຕົວເປັນນຳ້ກ້ອນອັນມະຫັດສະຈັນແລະສວຍງາມດັ່ງກ່າວ.ໃນປັດຈຸບັນ ປະລິມານນໍ້າພາຍໃນໜອງຈິ້ງພໍມີຫຼາຍຢູ່ ມັນໄດ້ໄຫລລ່ອງລົງມາ,ໄດ້ເຊື່ອມໂຍງເປັນທິວທັດອັນສວຍງາມກັບທິວທັດນໍ້າຕົກຕາດທີ່ເປັນນຳ້ກ້ອນ ທິວທັດການໄຫຼຂອງນໍ້າ ນໍ້າໃນໜອງທີ່ສົດໃສແລະອື່ນໆ ຈຶ່ງເຮັດໃຫ້ທິວທັດຂອງແຫ່ງນີ້ງາມເໝືອນແດນສະຫວັນ ນັກທ່ອງທ່ຽວມາແລ້ວກໍບໍ່ຢາກກັບຄືນແລະຫຼົງໃນສະເໜ່ຂອງມັນ.