ຍົກລະດັບສິ່ງແວດລ້ອມຂອງການດຳລົງຊີວິດໃຫ້ດີຂື້ນ ຮັກສາຄວາມຈຳຂອງຄວາມໄອໄລເຖິງບ້ານເກີດ

2019-01-23 16:12:37 |ມາຈາກ: Yunnan Gateway

ບ້ານກູເຊິ່ງຕັ້ງຢູ່ຕາແສງວານຈ້ຽວກິ່ງແຂວງປົກຄອງຕົນເອງເຜົ່າປາຍຕ້າຫຼີແຂວງຢຸນນານ ເຊິ່ງເປັນບ້ານບູຮານໜຶ່ງທີ່ຊົນເຜົ່າປາຍເຕົ້າໂຮມຢູ່ນຳກັນ.ເມື່ອຍ່າງເຂົ້າໃນບ້ານ ສາມາດເຫັນໄດ້ວ່າຖະໜົນຂອງບ້ານສະອາດຫຼາຍ ມີຫ້ວຍນ້ອຍໝູນວຽນ ຕົ້ນໄມ້ດົກໜາ.ຊຸມປີມານີ້ ໂສມໜ້າແລະສິ່ງແວດລ້ອມ ສຸຂະອະນາໄມຂອງບ້ານກູເຊິ່ງໄດ້ມີການປ່ຽນແປງອັນຍິ່ງໃຫຍ່.ທ່ານ ຫຼີເຕີຊ່າງ ຊາວບ້ານທີ່ເກີດທີ່ນີ້ ເຕີຍໃຫຍ່ທີ່ນີ້ໄດ້ເວົ້າວ່າຕົນເອງຈະກໍ່ສ້າງ “ສວນເດີ່ນຄວາມໄອໄລເຖິງບ້ານເກີດ”ໃຫ້ກາຍເປັນຖານທັບໜຶ່ງທີ່ໂຄສະນາການຮັກສາສິ່ງແວດລ້ອມ ເພື່ອຮັກສາຄວາມຈຳຂອງຄວາມໄອໄລເຖິງບ້ານເກີດຂອງບ້ານກູເຊິ່ງ.