ໃນປີນີ້ໂດຍຜ່ານການປັບປຸງຂະຫຍາຍຄວາມສາມາດ, ຄວາມສາມາດການບັນຈຸລົດຂອງສະຖານີລົດໄຟຄວາມໄວສູງຂອງນະຄອນຄຸນໝິງໄດ້ຍົກສູງຂຶ້ນ 36% ,ຄວາມສາມາດການນຳໃຊ້ ການກວດກາແລະການກະກຽມຂອງລົດໄຟຄວາມໄວສູງຢຸນນານກໍໄດ້ຮັບການຍົກສູງຂຶ້ນຢ່າງປະສິດທິພາບ.ເມື່ອເຂົ້າສູ່ “ໄລຍະບຸນກຸດຈີນ” ຊ່າງກົນຈັກຈຳນວນ 376 ຄົນໃນສະຖານີການນຳໃຊ້ລົດໄຟຄວາມໄວສູງຄຸນໝິງຈະລົງມືຢ່າງສຸດແຮງສຸດໃຈເຂົ້າໃນວຽກງານການກວດກາ ການບຳລຸງຮັກສາແລະການສ້ອມແປງລົດໄຟຄວາມໄວສູງ, ເພື່ອຮັບປະກັນການແລ່ນຂອງຂະບວນລົດໄຟຄວາມໄວສູງສາມາດຮັກສາສະພາບການແລ່ນໃຫ້ປອດໄພໄດ້ເປັນຢ່າງດີ.