ດອກໄມ້ຂອງຕະຫຼາດເຕົານານນະຄອນຄຸນໝິງຈຳໜ່າຍໄດ້ດີ

2019-02-14 16:42:38 |ມາຈາກ: Yunnan Gateway

ກ່ອນວັນວາເລັນທາຍເຊິ່ງເປັນວັນແຫ່ງຄວາມຮັກຂອງປະເທດຕາເວັນຕົກ, ຕະຫຼາດຄ້າຂາຍດອກໄມ້ເຕົານານນະຄອນຄຸນໝິງໄດ້ດຶງດູດຊາວເມືອງຫຼາຍຄົນມາເລືອກຊື້ດອກໄມ້, ປະລິມານຂອງແຂກໄດ້ເພີ່ມທະວີຂຶ້ນເປັນ 2 ເທົ່າເມື່ອທຽບກັບໄລຍະປົກກະຕິ ຈຶ່ງເຮັດໃຫ້ການຄ້າຂາຍຂອງຕະຫຼາດດອກໄມ້ແຫ່ງດັ່ງກ່າວຟົດຟື້ນອີ່ຫຼີ;ດອກໄມ້ທີ່ເປັນຊໍ່ແລະກັບດອກໄມ້ສົດທີ່ເປັນຫົວຂໍ້ຫລັກຂອງວັນວາເລັນທາຍເປັນປະເພດດອກໄມ້ທີ່ໄດ້ຂາຍດີທີ່ສຸດ ແລະນອກຈາກຊໍ່ດອກກຸຫຼາບສີແດງແລ້ວ ຊໍ່ດອກໄມ້ອື່ນໆທີ່ເປັນສິນຄ້າໃໝ່ແລະມີລັກສະນະພິເສດກໍໄດ້ຮັບຄວາມນິຍົມຈາກຕະຫຼາດເຊັ່ນດຽວກັນ.

ນັບແຕ່ມື້ຂຶ້ນ 2 ຄ່ຳຂອງປີໃໝ່ຈີນເປັນຕົ້ນມາ, ຕະຫຼາດດອກໄມ້ເຕົານານຄຸນໝິງກໍໄດ້ເຂົ້າສູ່ໄລຍະເວລາການກະກຽມດອກໄມ້ເພື່ອວັນວາເລັນທາຍແລ້ວ, ເພື່ອກະກຽມຄວາມຫອມແລະຄວາມໂຣແມນຕິກໃຫ້ແກ່ວັນແຫ່ງຄວາມຮັກນີ້.ຫຼັງຈາກເຂົ້າສູ່ຍາມລາຕີ, ເມື່ອທົ່ວຕົວເມືອງທັງຫມົດເຂົ້າສູ່ຄວາມມິດງຽບ ບັນຍາກາດທີ່ຕະຫຼາດດອກໄມ້ເຕົານານພັດຍິ່ງຟົດຟື້ນ ດອກໄມ້ຫຼາຍລ້ານກວ່າດອກໄດ້ສຳເລັດການຊື້ຂາຍແລກປ່ຽນຢູ່ທີ່ນີ້ ແລະຈະຂົນສົ່ງໄປທົ່ວປະເທດໃນຕອນເຊົ້າຂອງມື້ທີ່ສອງ.