ນະຄອນຫຼວງມິນຂອງປະເທດເບລາຣຸດຊີຈັດງານໂຄມໄຟເມືອງຈື້ກົ້ງ

2019-02-15 15:43:22 |ມາຈາກ: Yunnan Gateway

ໃນວັນທີ 14 ກຸມພາ, ທີ່ນະຄອນຫຼວງມິນຂອງປະເທດເບລາຣຸດຊີ, ປະຊາຊົນກຳລັງຖ່າຍຮູບທີ່ລະລຶກກັບໂຄມໄຟທີ່ເປັນຮູບມັງກອນຂອງຈີນ.ໃນວັນດຽວກັນ, ງານໂຄມໄຟເມືອງຈື້ກົ້ງຂອງແຂວງເສສວນ ສປ ຈີນໄດ້ເປີດສາກຂຶ້ນທີ່ສວນພຶກສາສາດສູນກາງຂອງນະຄອນຫຼວງມິນປະເທດເບລາຣຸດຊີ.ງານຄັ້ງນີ້ຈະວາງສະແດງໂຄມໄຟທີ່ມີຮູບແບບແຕກຕ່າງກັນທັງຫມົດຈຳນວນ 28 ກຸ່ມ ແລະກິດຈະກຳຄັ້ງນີ້ຈະສືບຕໍ່ຈັດຮອດທ້າຍເດືອນ ມີນາ.