ເຂດອາຊີອາຄະເນເປັນຕະຫຼາດດັ້ງເດີມຂອງດອກໄມ້ແຂວງຢຸນນານປະເທດຈີນ, ພາຍໃຕ້ການຊຸກຍູ້ສົ່ງເສີມຈາກຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ແລະການຮ່ວມມືຂອງຂະແໜງການທີ່ເປີດກວ້າງໃຫ້ແກ່ກັນແລະກັນລະຫວ່າງປະເທດຈີນກັບປະເທດອາຊີອາຄະເນ, ເຊິ່ງໄດ້ເສີມກຳລັງອັນໃຫມ່ທີ່ມີຊີວິດຊີວາເຂົ້າໃນເສດຖະກິດການຄ້າຂອງສອງຝ່າຍ.ຄຽງຄູ່ກັບເສັ້ນທາງໃຫຍ່ທີ່ເປີດໄປມາຫາສູ່ກັນແລ້ວລະຫວ່າງນະຄອນຄຸນໝິງແຂວງຢຸນນານກັບນະຄອນຫຼວງກຸງເທບ, ດອກໄມ້ແຂວງຢຸນນານທີ່ຂົນສົ່ງດ້ວຍສາຍເຢັນຕ້ອງການເວລາພຽງແຕ່ 40 ຊົ່ວໂມງກໍສາມາດຂົນສົ່ງໄປຮອດກຸງເທບແລ້ວ.
ໃນປັດຈຸບັນ, ແຕ່ລະມື້ລວມມີດອກໄມ້ທັງຫມົດ 40 ກວ່າປະເພດແລະ 500 ກວ່າຊະນິດໄດ້ສຳເລັດການແລກປ່ຽນຊື້ຂາຍທີ່ຕະຫຼາດເຕົານານຄຸນໝິງແຂວງຢຸນນານ;ໃນຊ່ວງໄລຍະຂາຍດີ, ຈະມີດອກໄມ້ຈຳນວນ 8ລ້ານຫາ 10ລ້ານກ້ານໄດ້ເດີນທາງອອກຈາກຕະຫຼາດແຫ່ງນີ້ແລະຈຳໜ່າຍໄປສູ່ 50 ກວ່າປະເທດແລະພາກພື້ນ, ໃນນັ້ນ ມີ 20%—30%ທີ່ໄດ້ສົ່ງອອກໄປເຖິງປະເທດອາຊີໃຕ້ແລະອາຊີອາຄະເນ.