ງານເດີນແບບຂອງບ້ານເຜົ່າຢີທີ່ມີປະຫວັດສາດເຖິງພັນປີ

2019-02-20 16:11:41 |ມາຈາກ: Yunnan Gateway

ໃນວັນທີ 19 ກຸມພາ, ຊາວບ້ານກຳລັງຟ້ອນລຳທຳເພງຢ່າງຟົດຟື້ນຢູ່ໃນບຸນການແຂ່ງຂັນເຄື່ອງນຸ່ງທີ່ສວຍງາມ.

ໃນມື້ຂຶ້ນ 15 ຄໍ່າເດືອນມັງກອນຕາມປະຕິທິນຈັກທະຄະຕິຈີນທີ່ບ້ານຈືຈູ່ຕາແສງຈົ່ງເຫີເມືອງຢົງເຢີນກິ່ງແຂວງປົກຄອງຕົນເອງເຜົ່າຢີສູ້ສົງແຂວງຢຸນນານ ເປັນວັນທີ່ມີບັນຍາກາດຟົດຟື້ນອີ່ຫຼີໃນປີ.ໃນມື້ນີ້ ພວກຜູ້ເຖົ້າຊາວໜຸ່ມຍິງຊາຍປ່ຽນໃສ່ເຄື່ອງນຸ່ງໃໝ່ ແລະນັດໝູ່ເພື່ອນມາສະໜາມສູນກາງຂອງບ້ານ ເພື່ອເຂົ້າຮ່ວມກິດຈະກຳ “ການແຂ່ງຂັນເຄື່ອງນຸ່ງທີ່ສວຍງາມ”ທີ່ຍິ່ງໃຫຍ່,ເຊິ່ງປະເພນີທີ່ເປັນມູນເຊື້ອນີ້ໄດ້ຮັບການສືບທອດມາເປັນເວລາ 1300 ກວ່າປີແລ້ວ ຈຶ່ງຖືກເອີ້ນເປັນ “ງານເດີນແບບຂອງຊົນນະບົດ”ອັນດັ້ງເດີມ.