ຕັ້ງແຕ່ປີ 2015 ເປັນຕົ້ນມາ, ການກໍ່ສ້າງລົດໄຟຄວາມໄວສູງແຂວງຢຸນນານໄດ້ເຂົ້າສູ່ໄລຍະການພັດທະນາທີ່ວ່ອງໄວ, ໃນປີ 2016 ລົດໄຟຄວາມໄວສູງຊຽງໄຮຫາຄຸນໝິງ ເສັ້ນທາງລົດໄຟລະຫວ່າງແຂວງຢຸນນານກັບເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີແລະເສັ້ນທາງລົດໄຟຄຸນໝິງຫາເມືອງຢູ້ຊີໄດ້ເປີດການບໍລິການ;ໃນປີ 2018 ເສັ້ນທາງລົດໄຟລະຫວ່າງຄຸນໝິງຫາສູ້ສົງໄດ້ເປີດການບໍລິການ ແລະ ລົດໄຟຄວາມໄວສູງລະຫວ່າງຄຸນໝິງຫາຮົງກົງກໍໄດ້ເປີດການແລ່ນຄັ້ງທຳອິດຢ່າງສຳເລັດຜົນ;ໃນປີ 2019 ເສັ້ນທາງລົດໄຟຄວາມໄວສູງລະຫວ່າງຄຸນໝິງກັບລີ້ຈ່ຽງ ແລະຄຸນໝິງຫາເມິງຈຶ້ກໍໄດ້ເປີດການບໍລິການຢ່າງເປັນທາງການແລ້ວ,ສະຖານະໃນການເປັນສູນກາງແຫ່ງການຂົນສົ່ງຂອງສະຖານີລົດໄຟພາກໃຕ້ຄຸນໝິງໄດ້ຄ່ອຍໆປາກົດອອກມາ.ການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງແຂວງຢຸນນານໄດ້ມີຂ່າວດີອອກມາເລື້ອຍໆ.ຕາມຂໍ້ມູນຂອງສະຖິຕິແລ້ວເຫັນວ່າ, ໃນປີ 2018 ບໍລິສັດເສັ້ນທາງລົດໄຟປະເທດຈີນສາຂາກົມຄຸນໝິງໄດ້ສຳເລັດການລົງທຶນດ້ານການກໍ່ສ້າງ 4,068 ຕື້ໂດລາ “ເປົ້າໝາຍວ່າດ້ວຍການສຳເລັດການເປີດບໍລິການເສັ້ນທາງລົດໄຟຄວາມໄວສູງໃນປີ 2018ຂອງບັນດານະຄອນທີ່ເຂດພາກກາງຂອງແຂວງຢຸນນານ”ກໍໄດ້ສຳເລັດຕາມຄາດໝາຍ.