ນົກຊ້ອນລາຍປະກົດຕົວຢູ່ທີ່ສວນສາທາລະນະດິນຊຸ່ມແຫ່ງຊາດໜອງຢີ້ຫຼົງຢຸນນານ

2019-02-26 16:56:37 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້, ນົກຊ້ອນລາຍທີ່ເປັນສັດປ່າອະນຸລັກສຳຄັນລະດັບທີສອງແຫ່ງຊາດໄດ້ປະກົດຕົວຢູ່ທີ່ໜອງຢິ້ຫຼົງເມືອງສືຜິງແຂວງຢຸນນານປະເທດຈີນ.ນັກຂ່າວໄດ້ຮັບຮູ້ຈາກອົງການບໍລິຫານສວນສາທາລະນະດິນຊຸ່ມແຫ່ງຊາດເມືອງສືຜິງວ່າ ໂດຍຜ່ານຂໍ້ມູນທາງສະຖິຕິແລະການບັນທຶກຕໍ່ປະເພດ ປະລິມານແລະສິ່ງແວດລ້ອມທີ່ຢູ່ອາໄສຂອງນົກແລະລະບົບນິເວດດິນຊຸ່ມ, ຫນອງຢີ້ຫລົງທີ່ໄດ້ຮັບການບູລະນະມາຫຼາຍປີ,ໄດ້ກາຍເປັນສວນສະຫນຸກຂອງພວກນົກທີ່ຫາຍາກແລ້ວ.