ຄົນພັນກວ່າຄົນສະແດງຝີມືການຖັກແສ່ວເທິງຜ້າຍາວ 70 ແມັດ

2019-02-28 17:11:33 |ມາຈາກ: Yunnan Gateway

ໃນວັນທີ 20 ເດືອນກຸມພາ, ພິທີການຖັກແສ່ວຜ້າທີ່ມີຄວາມຍາວເຖິງ 70 ແມັດດ້ວຍຄົນຈຳນວນພັນກວ່າຄົນໃນງານວັດທະນະທຳການແຂ່ງຂັນເຄື່ອງນຸ່ງຊົນເຜົ່າປະຈຳປີ 2019 ໄດ້ຈັດຂຶ້ນທີ່ເມືອງຢົງເຢີນກິ່ງແຂວງສູ້ສົງແຂວງຢຸນນານປະເທດຈີນ.

ຢູ່ໃນສະໜາມຂອງງານວັດທະນະທຳດັ່ງກ່າວທີ່ເມືອງຢົງເຢີນ,ປະຊາຊົນໄດ້ເອົາເຂັມແລະໄໝຫຍິບມາຖັກແສ່ວຮູບພາບອັນສວຍງາມຢູ່ເທິງຜືນຜ້າ.ຫລັງຈາກນັ້ນ,ຜູ້ສືບທອດມໍລະດົກວັດທະທະນຳທາງພູມປັນຍາແລະຊ່າງຫັດຖະກຳທີ່ມີຄວາມສາມາດການຖັກແສ່ວໃນລະດັບຊາດ ລະດັບແຂວງແລະລະດັບກິ່ງແຂວງຂອງກິ່ງແຂວງສູ້ສົງຈຳນວນ 9 ຄົນກໍມາຮ່ວມເປີດການຖັກແສ່ວເທິງຜ້າຍາວຜືນນີ້.

ຜູ້ຖັກແສ່ວພັນກວ່າຄົນຈະໃຊ້ເວລາ 7 ເດືອນເພື່ອສຳເລັດການແສ່ວຜ້າທີ່ມີຄວາມຍາວເຖິງ 70 ແມັດຜືນນີ້ ແລະຈະຈັດພິທີສິ້ນສຸດການແສ່ວທີ່ງານແຂ່ງຂັນຟ້ອນໃນສະຫນາມງານແຂ່ງຂັນເຄື່ອງນຸ່ງຊົນເຜົ່າ.