“ການສົ່ງອາຫານດ້ວຍການເຕັ້ນເມືອງນານຈ້ຽນຢຸນນານ”ຊຸກຍູ້ການຟື້ນຟູຊົນນະບົດ

2019-02-28 18:05:36 |ມາຈາກ: Yunnan Gateway

“ການສົ່ງອາຫານດ້ວຍການເຕັ້ນເມືອງນານຈ້ຽນ”ເປັນທັກສະອັນເປັນມູນເຊື້ອທາງວັດທະນະທຳຊົນເຜົ່າຂອງເມືອງນານຈ້ຽນແຂວງຢຸນນານປະເທດຈີນ.ຊຸມປີມານີ້, ເມືອງນານຈ້ຽນໄດ້ປິ່ນອ້ອມການປະຕິບັດຍຸດທະສາດການຟື້ນຟູຊົນນະບົດ,ໂດຍຜ່ານການສືບທອດ ການປົກປັກຮັກສາແລະການຄົ້ນຫາວັດທະນະທຳອັນເປັນມູນເຊື້ອຂອງຊົນເຜົ່າມາຍົກລະບົບ“ການສົ່ງອາຫານດ້ວຍການເຕັ້ນ”ດັ່ງກ່າວໃຫ້ສູງຂຶ້ນກວ່າເກົ່າ.ໃນປັດຈຸບັນ, ໂດຍຜ່ານການດຳເນີນໂຄງການ “ຫ້າຮ້ອຍ”ກໍຄື:ການຝຶກສອນນັກເຕັ້ນສົ່ງອາຫານຮ້ອຍຄົນ ການບຳລຸງທິມເຕັ້ນສົ່ງອາຫານຮ້ອຍທິມ ການກໍ່ສ້າງບ້ານທີ່ມີຊື່ສຽງໃນການເຕັ້ນສົ່ງອາຫານ ການກໍ່ສ້າງເວທີເຕັ້ນສົ່ງອາຫານຮ້ອຍແຫ່ງແລະການສະໜັບສະໜູນການເຕັ້ນສົ່ງອາຫານຮ້ອຍຮ້ານ,ທົ່ວເມືອງໄດ້ຝຶກຜູ້ສືບທອດລາຍການມໍລະດົກວັດທະນະທຳນາມມະທຳທີ່ມີລັກສະນະຕົວແບບຈຳນວນ 61 ຄົນ, ໄດ້ປະກອບເປັນທິມສົ່ງອາຫານດ້ວຍການເຕັ້ນ 50 ກວ່າທິມ, ເຊິ່ງ“ການສົ່ງອາຫານດ້ວຍການເຕັ້ນເມືອງນານຈ້ຽນ”ໄດ້ກາຍເປັນຂະແໜງການວັດທະນະທຳທີ່ມີສີສັນພິເສດໃນການສົ່ງເສີມວັດທະນະທຳດັ້ງເດີມເພື່ອຟື້ນຟູຊົນນະບົດ.

滇ICP备 09002441号
中华人民共和国国务院新闻办公室 支持指导
云南省人民政府新闻办公室 主办
云南日报报业集团 承办
本网站由云桥网版权所有,未经授权禁止复制或建立镜像
Copyright ©yunnangateway.com All Rights Reserved since 2006