ເມືອງຟູ້ຢວນແຂວງຢຸນນານ ດອກຜັກມັນໄດ້ສ່ອງແສງກະທົບກັບດິນແດງ,ເຊິ່ງໄດ້ກາຍເປັນຮູບພາບອັນສວຍງາມຮູບໜຶ່ງ.
ດອກຄາຍເທິງເນື້ອທີ່ອັນກວ້າງໃຫຍ່ໄພສານຂອງເມືອງໂຫຼຜິງແຂວງຢຸນນານໄດ້ເຂົ້າສູ່ໃນໄລຍະການເບັ່ງບານອອກດອກທີ່ຟົດຟື້ນ, ເມື່ອລົມພັດມາຄ່ອຍໆ, ດອກໄມ້ກໍແກວ່ງໄກວໄປຕາມລົມ ເຊິ່ງກໍສວຍງາມອີ່ຫຼີ.
ທະເລດອກໄມ້ຂອງເມືອງເຖິງສົ່ງແຂວງຢຸນນານ, ດອກຜັກມັນໄດ້ພາກັນເບັ່ງບານອອກມາ ຄືກັບປູຜ້າໄໝຢູ່ເທິງແຜ່ນດິນ.ໃນວັນທີ 4 ຫາວັນທີ 22 ເດືອນມີນາ ງານທະເລດອກໄມ້ກາວຫຼີກົ້ງເມືອງເຖິງສົ່ງຈະຈັດຂຶ້ນຢູ່ທີ່ນີ້.
ເລີ່ມແຕ່ພາກຕາເວັນອອກສຽງເໜືອໄປເຖິງພາກຕາເວັນຕົກສຽງໃຕ້ຂອງແຂວງຢຸນນານ,ນັບແຕ່ເຂດແອ່ງໄປຈົນຮອດພູສູງ ດອກຜັກມັນ ດອກຄາຍ ດອກກຸຫຼາບ ດອກໄຫ່ຖາງແລະດອກອື່ນໆໄດ້ເບັ່ງບານອອກມາເພື່ອພັນລະນາຄວາມສວຍງາມຂອງແຂວງຢຸນນານນຳກັນ.