ຊ່າງຕັດຜົມ ເນ້ຫົງຢູ້ ມີປະສົບການໃນການຕັດຜົມໄດ້ 50 ປີແລ້ວ, “ຕັດຕາມທີ່ເຈົ້າວ່າໂລດ....”ປະໂຫຍກນີ້ເປັນປະໂຫຍກທີ່ຊ່າງ ເນ່ຫົງຢູ້ ໄດ້ຍິນຢູ່ສະເໝີ.ເນື່ອງຈາກວ່າເພິ່ນມີສີມືການຕັດຜົມທີ່ຊ່ຽວຊານ ຈຶ່ງໄດ້ຮັບຄວາມເຊື່ອໝັ້ນຫລາຍຈາກລູກຄ້າ ລູກຄ້າຕ້ອງການຕັດຊົງຜົມແບບໃດ ແລະຕັດແນວໃດ ເຂົາເຈົ້າມັກໃຫ້ຊ່າງຕັດຜົມ ເນ້ຫົງຢູ້ຕັດສິນໃຈໃຫ້ໝົດ.
ຊ່າງຕັດຜົມ ເນ້ຫົງຢູ້ ໄດ້ຮຽນທັກສະການຕັດ “ຊົງຜົມຜູ້ຊາຍ”ຕັ້ງແຕ່ອາຍຸ 17 ປີ ແລະໄດ້ເດີນທາງໄປນະຄອນອູຮານແຂວງຫູເປີຍເພື່ອຮຽນການຕັດ “ຊົງຜົມຜູ້ຍິງ”ໃນອາຍຸ 25 ປີ,ນັບແຕ່ນັ້ນມາ ບໍ່ວ່າແມ່ນຊົງຜົມໃດ ເນ້ຫົງຢູ້ ກໍສາມາດຕັດໄດ້ດີໝົດ.
ທ່ານເນ້ຫົງຢູ້ຄິດວ່າ ຈຸດປະສົງຂອງຮ້ານຕັດຜົມແມ່ນບໍລິການຕໍ່ປວງຊົນ ແລະສືບທອດສີມືເຕັກນິກ, ສະນັ້ນບໍ່ວ່າໃນວັນບຸນຫຼືວ່າວັນທົ່ວໄປ,ຄ່າຕັດຜົມຂອງຮ້ານເພິ່ນຈະຢູ່ໃນຂອບເຂດ 3,7-4,4 ໂດລາຢູ່ສະເໝີ.
ເພື່ອສະໜອງຄວາມຕ້ອງການຕໍ່ຮູບແບບຊົງຜົມຂອງລູກຄ້າທີ່ນັນມື້ນັບຫຼາກຫຼາຍຂຶ້ນນັ້ນ, ພວກຊ່າງຕັດຜົມມັກສັງເກດຊົງຜົມຂອງຜູ້ທີ່ຍ່າງຜ່ານຕົນໃນເວລາວ່າງ ແລະຫຼັງຈາກເລີກການແລ້ວ ພວກຊ່າງຕັດຜົມກໍເຕົ້າໂຮມຢູ່ບ່ອນດຽວກັນເພື່ອພິຈາລະນາວ່າຊົງຜົມແບບນັ້ນຄວນຕັດແນວໃດ ເໝາະສົມກັບຄົນແບບໃດແລະບັນຫາອື່ນໆ.
ກໍຍ້ອນເຫດຜົນນີ້,ພວກຊ່າງຕັດຜົມເຫຼົ່ານີ້ບໍ່ພຽງແຕ່ຕັດຊົງຜົມແບບດັ້ງເດີມໄດ້ ,ຍັງສາມາດຕັດຜົມຮູບແບບໃໝ່ໄດ້, ສະນັ້ນ ລູກຄ້າທີ່ມາຮ້ານຂອງ ເນ້ຫົງຢູ້ ເພື່ອຕັດຜົມນັ້ນກໍມີລູກຄ້າໄວໜຸ່ມຢູ່ບໍ່ໜ້ອຍ.