ຜູ້ຮັກສາປ່າໄມ້ທີ່ພູວ້າງມໍ້ແຂວງກຸ້ຍໂຈ ຢູ່ຮ່ວມກັບຕົ້ນໄມ້ມາຫລາຍສິບປີ

2019-03-12 17:49:55 |ມາຈາກ: Yunnan Gateway

ວັນທີ 10 ມີນາ,ໃນເຂດອະນຸລັກປ່າໄມ້ຂອງວ້າງມໍ້ນ້າຊຽງແຂວງກຸ້ຍໂຈ,ທ່ານ ວາງຢົງເນືອ ແລະ ໝູ່ຂອງລາວ ທ່ານ ນ່ານລົງຄົວ ເຊິ່ງເປັນຜູ້ຮັກສາປ່າໄມ້ກຳລັງລາດຕະເວນຢູ່ປ່າ.ທ່ານ ວາງຢົງເນືອ ມີອາຍຸ44ປີ, ເປັນຜູ້ຮັກສາປ່າໄມ້ເຂດນ້າຊຽງຂອງເຂດອະນຸລັກປ່າໄມ້ແຫ່ງຊາດຫົງສຸຍເຫີເມືອງວ້າງມໍ້ແຂວງກຸ້ຍໂຈ,ໃນປີ1995,ຄອບຄົວຂອງທ່ານ ວາງຢົງເນືອ ໄດ້ມາເຂດອະນຸລັກປ່າໄມ້ວ້າງມໍ້ນ້າຊຽງ,ລາວໃຊ້ເວລາ4ປີໃນການເປັນອາສາສະຫມັກປູກຕົ້ນໄມ້184,5ມູ້ ທີ່ເຂດອະນຸລັກປ່າໄມ້ແລະປົກປັກຮັກສາປ່າໄມ້ໃນເຂດອ້ອມຂ້າງ.ໃນໄລຍະ24ປີທີ່ຜ່ານມາ,ລາວແລະໝູ່ເພື່ອນໄດ້ໃຊ້ຊີວິດຢູ່ຮ່ວມກັນກັບຕົ້ນໄມ້,ຢຶດຫມັ້ນປູກຕົ້ນໄມ້,ປົກປັກຮັກສາປ່າໄມ້,ເຮັດໃຫ້ພື້ນທີ່ປ່າໄມ້ທີ່ມີເນື້ອທີ່ 12000ມູ້ທີ່ເຂດອະນຸລັກນ້າຊຽງນັບມື້ນັບດີຂຶ້ນ.ໃນເດືອນ ກໍລະກົດ ປີ2018,ຄະນະກໍາມະການປະຕິຮູບແລະການພັດທະນາແຂວງກຸ້ຍໂຈ,ຫ້ອງການປ່າໄມ້,ຫ້ອງການປົກປັກຮັກສາແລະຄະນະກຳມະການແຂວງກຸ້ຍໂຈ່ຍ້ອງຍໍສັນລະເສີນຜູ້ຮັກສາປ່າໄມ້10ຄົນທີ່ໄດ້ອຸທິດເຫື່ອແຮງໃນການປົກປັກຮັກສາປ່າໄມ້,ທ່ານ ວາງຢົງເນືອ ໄດ້ຮັບນາມມະຍົດວ່າ“ສິບອັນດັບຜູ້ຮັກສາປ່າໄມ້ນິເວດ”.(ຫມາຍເຫດ: ເນື້ອທີ່ 1 ມູ້ ເທົ່າກັບ 666.6 ຕາແມັດ)