ແຫລ່ງກຳເນີດແມ່ນ້ຳອູຕັ້ງຢູ່ຊາຍແດນຂອງປະເທດຈີນແລະລາວ,ເປັນແມ່ນ້ຳສາຂາທີ່ໃຫຍ່ທີ່ສຸດຂອງຝັ່ງຊ້າຍແມ່ນ້ຳຂອງທີ່ຕັ້ງພາຍໃນລາວ.ແມ່ນ້ຳໄຫລຈາກທິດເໜືອຫາໃຕ້,ນ້ຳອູໃນແຂວງຫລວງພະບາງໄຫລເຂົ້າສູ່ແມ່ນ້ຳຂອງ.ໂຄງການເຂື່ອນໄຟຟ້າພະລັງງານນ້ຳແບບຂັ້ນໄດແມ່ນ້ຳອູແມ່ນໂຄງການທຳອິດທີ່ລົງທຶນພັດທະນາຢູ່ຕ່າງປະເທດດ້ວຍຮູບແບບBOT ແລະ ວາງແຜນແບບຄົບວົງຈອນບໍລິເວນລຸ່ມແມ່ນ້ຳຂອງກຸ່ມບໍລິສັດພະລັງງານໄຟຟ້າແຫ່ງປະເທດຈີນຈຳກັດແລະເປັນໂຄງການສຳຄັນທີ່ຈະກໍ່ສ້າງປະເທດລາວໃຫ້ກາຍເປັນແບດເຕີຣີຂອງອາຊີອາຄະເນ,ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນພາກເໜືອຂອງປະເທດລາວໃຫ້ດີຂຶ້ນ.ຫຼັງຈາກໂຄງການລຸ່ມແມ່ນ້ຳມີການຄົມມະນາຄົມຂົນສົ່ງຮ່ວມກັນ,ຈະເປັນການຊຸກຍູ້ການພັດທະນາ"ໜຶ່ງແລວ ໜຶ່ງເສັ້ນທາງ".