ຢາງຊູລີ້,ຈຽງລົວວົງ,ຈຽງຈີ້ປາວ,ຈຽງຢີງເມີຍ,ຈຽງບູ້ຜີງ,ຢາງຖອງເຈືນ ຜູ້ຍິງຊົນເຜົ່າມົ້ງ 6 ຄົນທີ່ມີເຮືອນຢູ່ບ້ານຊົນເຜົ່າມົ້ງປ່າລາເຫີບ້ານຜິງຈຽວຊີດອງເມືອງຖາຍຈ່ຽງກິ່ງແຂວງປົກຄອງຕົນເອງຊົນເຜົ່າມົ້ງ,ຊົນເຜົ່າມົ້ງຊ່ານຕົ້ງນານແຂວງກຸ້ຍໂຈ,ໃນປີ 2017,ທັງ 6 ຄົນຮັບເໝົາທົ່ງນາ80ກວ່າມູ້ຂອງບ້ານມາປູກຜັກນິເວດ.ສອງປີຜ່ານມາ,ຜູ້ຍິງຊົນເຜົ່າມົ້ງ 6 ຄົນນີ້ຜ່ານຄວາມດຸຫມັ່ນຂອງຕົນເອງ, ປູກຫົວຜັກກາດ,ຜັກກາດຫໍ່ໃນລະດູໃບໄມ້ຫຼົ່ນ,ລະດູໜາວ,ປູກກະຫລ່ຳປີ,ປູກມັນຝະລັ່ງໃນລະດູບານໃໝ່,ລະດູຮ້ອນ.ຫຼັງຈາກການເກັບກ່ຽວ,ພວກເພິ່ນກໍເກັບກ່ຽວດ້ວຍຕົນເອງແລະຂົນສົ່ງຜັກຮອດໂຮງຮຽນອະນຸບານແລະໂຮງຮຽນປະຖົມອ້ອມຂ້າງເພື່ອສະໜອງວັດຖຸດິບໃຫ້ແກ່ການເຮັດອາຫານໃຫ້ເດັກນ້ອຍ.ໂດຍຜ່ານການປູກຜັກ,ຜູ້ຍິງຊົນເຜົ່າມົ້ງ 6 ຄົນນີ້ໄດ້ມີລາຍຮັບລວມ20ພັນກວ່າຢວນຕໍ່ປີ,ສຳເລັດເປົ້າຫມາຍໃນການເບິ່ງແຍງດູແລຄອບຄົວລູກເຕົ້າແລະຜູ້ເຖົ້າ ແລະສຳເລັດຄວາມຝັນໃນການສ້າງລາຍຮັບເພີ່ມໃຫ້ຄອບຄົວຕົນ.